ນະຄອນຫລວງວຽງຈັນ ແຈ້ງປັບຂຶ້ນລາຄານໍ້າດື່ມ ຂະໜາດ 18 ລິດ ຈາກຕຸກລະ 13,000 ກີບ ເປັນ 15,000 ກີບ ເລີ່ມວັນທີ 18 ມີນາ 2026 ເປັນຕົ້ນໄປ
ວັນທີ 10 ມີນາ 2026 ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ອອກແຈ້ງການປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫ່ຍ ຂະຫນາດ 18 ລິດ. ໂດຍອີງຕາມກອງປະຊຸມປຶກສາຫາລືຂອງຄະນະບໍລິຫານງານ ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ຄັ້ງວັນທີ 13/03/2026 ຕາມບັນທຶກກອງປະຊຸມເລກທີ 139 ແລະ ຄັ້ງວັນທີ 13/03/2026 ຕາມບັນທຶກກອງ ປະຊຸມເລກທີ 140 ຊຶ່ງໄດ້ຕົກລົງເປັນເອກະພາບກັນ ໃນການແກ້ໄຂປັບຂຶ້ນລາຄາພື້ນຖານຂັ້ນຕໍ່າ ນໍ້າດື່ມ ຂະໜາດ ບັນຈຸ 18-20 ລິດ ດ້ວຍເຫດຜົນ ຄວາມຈໍາເປັນໃນການຊ່ວຍໃຫ້ ຜູ້ປະກອບການໂຮງງານ ຜະລິດນໍ້າດື່ມ ສາມາດປະຄອງຕົວຢູ່ໄດ້.
ປະທານ ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ຈຶ່ງແຈ້ງບັນດາທ່ານເພື່ອໃຫ້ກະກຽມ ປັບຂຶ້ນ ລາຄານໍ້າຄົມບໍລິສຸດຕຸກໃຫຍ່ ຂະໜາດ 18 ລິດ ຈາກລາຄາເດີມທີ່ຜ່ານມາຕຸກລະ 13,000 ກັບມາເປັນລາຄາໃໝ່ຕຸກລະ 15,000 ກີບ, ໃນຂອບເຂດເທດສະບານນະຄອນຫລວງວຽງຈັນ (09 ຕົວເມືອງ) ຢ່າງພ້ອມພຽງ ແລະ ເປັນເອກະ ພາບກັນ. ທັງນີ້ກໍເພື່ອເປັນການປະຄອງທຸລະກິດໂຮງງານນໍ້າດື່ມ ໃຫ້ສາມາດຜ່ານຜ່າອຸປະສັກອັນໜັກໜ່ວງນີ້ໄປໃຫ້ໄດ້.
ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ມື້ວັນທີ 18 ມີນາ 2026 ເປັນຕົ້ນໄປ. ເພື່ອເຮັດໃຫ້ການປັບຂຶ້ນລາຄານີ້ ໃດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແລະ ມີຄວາມເປັນເອກະພາບກັນ ຢ່າງທົ່ວເຖິງ. ຫລີກລ່ຽງ ການສວຍໃຊ້ໂອກາດເພື່ອແກ່ງແຍ່ງຕະຫລາດ ກໍ່ຄືລູກຄ້າ ຂອງກັນແລະກັນ, ມອບໃຫ້ຄະນະ ສະມາຄົມເມືອງ ເປັນຜູ້ນໍາພາ ກວດກາ, ຈັດຕັ້ງປະຕິບັດ ໃຫ້ໃດ້ຜົນສໍາເລັດ ເປັນຢ່າງດີ.





