ຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ມີ 7 ບໍລິສັດ ນໍາເຂົ້້ານໍ້າມັນເຊື້ອໄຟ, ທົ່ວແຂວງມີ 48 ປໍ້າຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟ ໃນນີ້, ເມືອງສາມັກຄີໄຊ ມີ 20 ປໍ້າ, ເປີດ 5 ປໍ້າ, ເມືອງພູວົງ ມີ 5 ປໍ້າ, ເປີດ 3 ປໍ້າ, ເມືອງ ຊານໄຊ 3 ປໍ້າ, ເປີດ 1 ປໍ້າ, ເມືອງໄຊເສດຖາ ມີ 9 ປໍ້າ, ເປີດ 5 ປໍ້າ ແລະ ເມືອງສະໜາມໄຊ ມີ 11 ປໍ້າ, ເປີດ 2 ປໍ້າ, ຊຶ່ງໃນເບື້ອງຕົ້ນທັງ 7 ບໍລິສັດໄດ້ມີຄວາມພະຍາຍາມຍາດແຍ່ງນໍ້າມັນ ເພື່ອມາສະໜອງພາຍໃນແຂວງອັດຕະປື ແຕ່ເນື່ອງຈາກວ່າສະພາບຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ ເຮັດໃຫ້ທາງບໍລິສັດບໍ່ສາມາດສະໜອງນໍ້າມັນໄດ້ຕາມແຜນນໍາເຂົ້າ ຫລື ເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟຫລຸດລົງເຖິງ 60% ຂອງແຜນການນໍາເຂົ້າ, ສະນັ້ນ ຈຶ່ງເຮັດໃຫ້ການສະໜອງນໍ້າມັນໃນໄລຍະນີ້ພົບຄວາມຫຍຸ້ງຍາກ. ແຕ່ແນວໃດກໍຕາມຂໍໃຫ້ປະຊາຊົນພາຍໃນແຂວງອັດຕະປື ເຊື່ອໝັ້ນຕໍ່ພາກລັດ, ໂດຍຈະພະຍາຍາມປະສານສົມທົບ ກັບທາງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນຕົວແທນນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອໃຫ້ໄດ້ມີນໍ້າມັນມາສະໜອງພາຍໃນແຂວງບໍ່ໃຫ້ຂາດ.
ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື ໄດ້ອອກມາຊີ້ແຈງຜ່ານສື່ມວນຊົນຂອງແຂວງ ກ່ຽວກັບສະພາບຄວາມເຄັ່ງຮ້ອນການສະໜອງນໍ້າມັນ ພາຍໃນແຂວງອັດຕະປື ໃນວັນທີ 11 ມີນາ 2026 ຜ່ານມານີ້ວ່າ: ຕໍ່ສະພາບການດັ່ງກ່າວ, ທາງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າແຕ່ລະເມືືອງ ຈະໄດ້ລົງປະຈໍາຢູ່ບັນດາປໍ້າໃນເທສະບານ ເພື່ອຕິດຕາມກວດກາຕົວຈິງ, ຕິດຕາມກ່ຽວກັບລາຄາ, ການຊົມໃຊ້ ພ້ອມທັງຕິດຕາມການຈໍາໜ່າຍເຂົ້າ-ອອກແຕ່ລະຄັ້ງ ແລະ ຖ້າປໍ້າ ທີ່ມີການປິດການຈໍາໜ່າຍ, ເຈົ້າໜ້າທີ່ ໄດ້ມີການວັດແທກກວດເຊັກນໍ້າມັນຄັກແນ່ ເພື່ອໃຫ້ແນ່ໃຈວ່າ ປໍ້າດັ່ງກ່າວບໍ່ມີນໍ້າມັນຈໍາໜ່າຍແທ້ຈິງ ຫລີກລ້ຽງການກັກຕຸນນໍ້າມັນ ໂດຍຜ່ານມາ ສັງເກດເຫັນວ່າ ການຈັດຕັ້ງປະຕິບັດ ລວມເຖິງຄວາມຮ່ວມມືລະຫວ່າງ ເຈົ້າຂອງປໍ້ານໍ້າມັນ ແລະ ພາກລັດພວກເຮົາ ໄດ້ມີການປະສານງານດ້ວຍຄວາມໂປ່ງໃສ, ຊຶ່ງໄດ້ມີການກວດກາຕົວຈິງທຸກຂັ້ນຕອນ, ການສັ່ງຊື້ືນໍ້າມັນແມ່ນມີຄວາມຫຍຸ້ງຍາກ ພໍສົມຄວນ ຕ້ອງໄດ້ລໍຖ້າການນໍາເຂົ້້ານໍ້າມັນຈາກບໍລິສັດນໍາເຂົ້້າ ເພື່ອຈະກະຈາຍໃຫ້ບັນດາປໍ້າຕົວແທນຂອງແຂວງ ເນື່ອງຈາກການນໍາເຂົ້ານໍ້າມັນແມ່ນສູນກາງຄຸ້ມຄອງ.
ທ່ານ ພູໄຊ ວໍລະລາດ ຍັງໄດ້ຮຽກຮ້ອງມາຍັງບັນດາປໍ້ານໍ້າມັນທົ່ວແຂວງ ໃຫ້ເປັນເຈົ້າການປະຕິບັດຕາມແຈ້ງການທີ່ທາງກະຊວງອຸດສະຫະກຳ ແລະ ການຄ້າ ວາງອອກຢ່າງເຂັ້ມງວດ, ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າແຂວງອັດຕະປື ໃຫ້ມີສະຕິໃນການຕິດຕາມຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ເກີດມີຄວາມວິຕົກກັງວົນວ່າຈະຂາດແຄນນໍ້າມັນນໍາໃຊ້ ປັດຈຸບັນ ແຂວງອັດຕະປື ກໍຍັງມີນໍ້າມັນສະໜອງໃຫ້ປະຊາຊົນໄດ້ຊົມໃຊ້ ຊຶ່ງມີຢູ່ 120.900 ລິດ ໃນນີ້, ນໍ້າມັນແອັດຊັງ ມີ 71.900 ລິດ ແລະ ກະຊວນ ມີ 49.000 ລິດ. ນອກນີ້, ທາງແຂວງ ຍັງມີແຜນນໍາເຂົ້ານໍ້າມັນຕື່ມອີກ 291.000 ລິດ. ສໍາລັບລາຄານໍ້າມັນ ອາດຈະມີການເໜັງຕີງ ຂຶ້ນ-ລົງ ຕາມລາຄາຂອງຕະຫລາດໂລກ. ດັ່ງນັ້ນ, ຂໍໃຫ້ປະຊາຊົນບັນດາເຜົ່າແຂວງອັດຕະປື ເຊື່ອໝັ້ນຕໍ່ການ ບໍລິຫານຈັດການນໍ້າມັນ ເພື່ອໃຫ້ພຽງພໍຕໍ່ການຊົມໃຊ້.




