
ໃນຕອນເຊົ້າວັນທີ 13 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທີ 4 ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ສະຫງົບ ຢູ່ເຂດຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນແຮງ ແລະ ປະລິມານການນໍາເຂົ້ານໍ້າມັນ ມີທ່າອ່ຽງຫຼຸດລົງ, ພາຍໃຕ້ການເປັນປະ ທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນການຮ່ວມມືກັບຕ່າງປະ ເທດ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະ ຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ອົງການຈັດ ຕັ້ງມະຫາຊົນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເນື້ອໃນຂອງກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບ ສະ ພາບການສະໜອງນໍ້າມັນ, ລາຄານໍ້າມັນ ຕິດພັນກັບລາຄາສິນຄ້າ-ຄ່າບໍລິການ ແລະ ມາດຕະການແກ້ໄຂ, ຮ່າງນະໂຍ ບາຍ ແລະ ມາດຕະການຄຸ້ມຄອງ ການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນ ຫາສຳຄັນ ເປັນຕົ້ນ ກົນໄກ-ນະໂຍບາຍ ຕໍ່ການນຳເຂົ້ານໍ້າ ມັນເຊື້ອໄຟ ທີ່ວ່ອງໄວ ແລະ ຈາກຫຼາຍແຫຼ່ງ; ກົນໄກການຕິດຕາມກວດກາ ການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍ ບໍລິການສັງຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະສິດທິຜົນສູງ; ການຄຸ້ມຄອງ-ບໍລິຫານນໍ້າມັນພາຍໃນປະ ເທດ ຮັບປະກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ.

ນະໂຍບາຍທາງເລືອກ ເພື່ອທົດແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍຄືການສົ່ງເສີມນໍາໃຊ້ລົດໄຟຟ້າ, ການຂະຫຍາຍຕາໜ່າງການບໍລິການລົດໄຟຟ້າ ໂດຍສານສາທາລະນະໃນຕົວເມືອງ- ເຂດຊຸມຊົນ; ການເພີ່ມທະວີເອົາໃຈໃສ່ ຕໍ່ວຽກງານໂຄສະ ນາເຜີຍແຜ່ ແລະ ປຸກສະດົມສັງຄົມ ໃຫ້ຮັບຮູ້-ເຂົ້າໃຈ ແລະ ມີສະຕິຕໍ່ຊາດ; ການກຳນົດນະໂຍບາຍຫຼຸດຜ່ອນຜົນກະທົບຕໍ່ ສັງຄົມ ແລະ ການປະຕິບັດແຜນພັດທະນາຕ່າງໆ; ການຄົ້ນຄວ້າປະກອບບຸກຄະລາກອນ ເຂົ້າໃນຄະນະສະເພາະກິດ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ; ມາດຕະການຕ່າງໆ ໃນການຮັບມື ແຕ່ລະໄລຍະ ( ໄລຍະສັ້ນ-ໄລຍະຍາວ) ລວມທັງການເປັນເຈົ້າການ,ການມອບໝາຍຄວາມຮັບຜິດຊອບວຽກຕ່າງໆ ໃຫ້ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ, ຊຶ່ງລາຍລະ ອຽດຂອງມາດຕະການບາງດ້ານ ລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາສະເພາະ ເພື່ອໃຫ້ບັນດາກະຊວງ- ອົງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໂດຍໄວ.





