23 C
Vientiane
ວັນທີ 13 March, 2026

ສະຫະລັດໄຟຂຽວຊື້ນ້ຳມັນຣັດເຊຍຊົ່ວຄາວ ຫຼັງລາຄານ້ຳມັນໂລກພຸ່ງທະລຸ 100 ໂດລາ ທ່າມກາງສົງຄາມ

Must read

ລັດຖະບານສະຫະລັດອອກໃບອະນຸຍາດພິເສດແບບຈຳກັດ ອະນຸຍາດໃຫ້ບາງປະເທດສາມາດຊື້ນ້ຳມັນຂອງຣັດເຊຍໄດ້ຊົ່ວຄາວ ໂດຍມາດຕະການດັ່ງກ່າວມີຂຶ້ນໃນຊ່ວງທີ່ລາຄານ້ຳມັນໂລກພຸ່ງສູງຂຶ້ນ ທ່າມກາງຄວາມເຄັ່ງຕຶງຈາກສົງຄາມກັບອີຣ່ານ

ລາຍງານລະບຸວ່າ ລາຄານ້ຳມັນດິບເບຣນທ໌ ປິດຕະຫຼາດສູງກວ່າ 100 ໂດລາຕໍ່ບາເຣລເປັນຄັ້ງທຳອິດນັບຕັ້ງແຕ່ເດືອນສິງຫາ ປີ 2022 ໃນຂະນະທີ່ຄວາມຂັດແຍ້ງທີ່ຍືດເຍື້ອສົ່ງຜົນກະທົບຕໍ່ເສັ້ນທາງຂົນສົ່ງພະລັງງານສຳຄັນຂອງໂລກ

ດ້ານ ສະກ໋ອດ ເບສເຊນທ໌ ລັດຖະມົນຕີວ່າການກະຊວງການຄັງສະຫະລັດ ກ່າວວ່າ ມາດຕະການດັ່ງກ່າວເປັນພຽງການອະນຸຍາດຊົ່ວຄາວເພື່ອຊ່ວຍໃຫ້ສາມາດລະບາຍອຸປະທານນ້ຳມັນທີ່ກຳລັງລອຍລຳຢູ່ກາງທະເລ ໂດຍເຂົາລະບຸຜ່ານສື່ສັງຄົມອອນໄລນ໌ວ່າ “ເພື່ອເພີ່ມການເຂົ້າເຖິງອຸປະທານນ້ຳມັນໃນຕະຫຼາດໂລກ ກະຊວງການຄັງສະຫະລັດໄດ້ອອກໃບອະນຸຍາດຊົ່ວຄາວໃຫ້ປະເທດຕ່າງໆ ສາມາດຊື້ນ້ຳມັນຣັດເຊຍທີ່ກຳລັງຕິດຄ້າງຢູ່ໃນທະເລໄດ້”

ຢ່າງໃດກໍຕາມ ເບສເຊນທ໌ ຢ້ຳວ່າ ມາດຕະການນີ້ມີຂອບເຂດຈຳກັດ ແລະ ເປັນພຽງໄລຍະສັ້ນ ໂດຍໃຊ້ສະເພາະກັບນ້ຳມັນທີ່ຖືກບັນທຸກລົງເຮືອແລ້ວເທົ່ານັ້ນ ແລະ ຈະບໍ່ສ້າງຜົນປະໂຫຍດທາງການເງິນຢ່າງມີນັຍສຳຄັນໃຫ້ກັບລັດຖະບານຣັດເຊຍ ເນື່ອງຈາກລາຍໄດ້ຫຼັກຈາກພະລັງງານຂອງຣັດເຊຍມາຈາກພາສີທີ່ເກັບຕັ້ງແຕ່ຂັ້ນຕອນການສະກັດ

ໃບອະນຸຍາດດັ່ງກ່າວ ເຊິ່ງເຜີຍແຜ່ຢູ່ໃນເວັບໄຊທ໌ຂອງກະຊວງການຄັງສະຫະລັດ ລະບຸວ່າ ຄອບຄຸມສະເພາະນ້ຳມັນດິບ ຫຼື ຜະລິດຕະພັນປິໂຕຼລຽມຂອງຣັດເຊຍທີ່ຖືກບັນທຸກຂຶ້ນເຮືອພາຍໃນວັນທີ 12 ມີນາ ແລະ ອະນຸຍາດໃຫ້ດຳເນີນການຊື້ຂາຍ ຫຼື ຂົນສົ່ງໄດ້ຈົນຮອດວັນທີ 11 ເມສາ

ຄວາມເຄື່ອນໄຫວນີ້ເກີດຂຶ້ນໃນຊ່ວງທີ່ສົງຄາມລະຫວ່າງອີຣ່ານກັບຝ່າຍຕອງຂ້າມເຂົ້າສູ່ອາທິດທີ່ສອງ ແລະ ສົ່ງຜົນໃຫ້ການເດີນເຮືອບັນທຸກນ້ຳມັນຜ່ານຊ່ອງແຄບຮໍໍໂມຊ ເຊິ່ງເປັນເສັ້ນທາງລຳລຽງນ້ຳມັນປະມານໜຶ່ງໃນຫ້າຂອງໂລກ ຕ້ອງຢຸດຊະງັກຢ່າງມີນັຍສຳຄັນ

ສະຖານະການດັ່ງກ່າວເຮັດໃຫ້ລາຄານ້ຳມັນໃນຕະຫຼາດໂລກພຸ່ງສູງຂຶ້ນຢ່າງວ່ອງໄວ ໃນຂະນະທີ່ນັກວິເຄາະ ນັກເສດຖະສາດ ແລະ ຜູ້ຄ້າພະລັງງານເຕືອນວ່າ ເຖິງແມ່ນສົງຄາມຈະສິ້ນສຸດລົງຢ່າງວ່ອງໄວ ກໍບໍ່ໄດ້ໝາຍຄວາມວ່າເສັ້ນທາງເດີນເຮືອໃນຊ່ອງແຄບຮໍໂມຊຈະກັບມາເປີດໃຊ້ງານໄດ້ທັນທີ.
ທີ່ມາ: CNN

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article