26 C
Vientiane
ວັນທີ 13 March, 2026

ເຈົ້າຫນ້າທີ່ ປກສ ແຂວງຄຳມ່ວນ ຈັບຕົວຜູ້ກໍ່ເຫດລັກລົດໃຫຍ່ ແລະ ມອບລົດຄືນເຈົ້າຂອງເດີມ

Must read

ວັນທີ 6 ມີນາ 2026 ຜ່ານມານີ້ ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ມອບລົດກະບະຍີ່ຫໍ້ TOYOTA Vigo ສີຂາວ, ເລກ ຈັກ2KDU657152, ເລກຖັງMROER39G907639080 ປ້າຍທະບຽນ ກຂ 4318 ຈຳປາສັກຄືນໃຫ້ເຈົ້າຂອງເດີມ ພາຍຫຼັງຖືກຄົນຮ້າຍ ລັກໄປ ໃນວັນທີ 17 ມັງກອນ 2026 ແລະ ເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍທິ່ກໍ່ເຫດມາດຳເນີນຄະດີໄດ້. ໂດຍແມ່ນທ້າວ ສຸດທິສອນ ລາຊາຈັກ ອາຍຸ 44 ປີ, ອາຊີບກຳມະກອນ, ຢູ່ບ້ານອີໄລເໜືອ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

ຕໍ່ກັບລາຍຄະດີດັ່ງກ່າວ ພັທ ອິນຕາ ບຸດຈະເລີນ ຫົວ ໜ້າພະແນກຕຳຫຼວດ ສືບສວນ-ສອບສວນ ປກສ ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 18 ມັງກອນ 2026 ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງຄຳມ່ວນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍກໍຄືເຈົ້າຂອງລົດ ວ່າໄດ້ມີຄົນຮ້າຍ ເຂົ້າໄປລັກລົດກະບະຍີ່ຫໍ້ TOYOTA Vigo ສີຂາວ, ເລກຈັກ2KDU657152, ເລກຖັງMROER39G907639080 ປ້າຍທະບຽນ ກຂ 4318 ຈຳປາສັກ ທີ່ຈອດຢູ່ຫນ້າຮ້ານຂາຍເຄື່ອງທີ່ຕັ້ງຢູ່ເຂດບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ພາຍຫລັງໄດ້ຮັບແຈ້ງຄວາມເຈົ້າໜ້າທີ່ວິຊາສະເພາະຈິ່ງໄດ້ລົງເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍຜູ້ຖືກສົງໄສ ແລະ ຕົກມາຮອດວັນທີ 26 ກຸມພາ 2026 ທາງເຈົ້າໜ້າທີ່ວິຊາສະເພາະຈຶ່ງສາມາດກັກຕົວຜູ້ຕ້ອງຫາໄດ້ 1 ຄົນຊື່: ທ້າວ ສຸດທິສອນ ລາຊາຈັກ ອາຍຸ 44 ປີ, ອາຊີບກຳມະກອນ, ຢູ່ບ້ານອີໄລເໜືອ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ມາດຳເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນເດືອນ ພະຈິກ 2025 ຜູ້ກ່ຽວແມ່ນເຄີຍເຮັດວຽກເປັນຄົນຂັບລົດຢູ່ຮ້ານຂາຍເຄື່ອງຂອງຜູ້ເສຍຫາຍ ແລ້ວເຫັນກຸນແຈສຳຮອງຂອງລົດກະບະ (ລົດVIGO) ເກີດມີແນວຄິດຢາກໄດ້ລົດຄັນດັ່ງກ່າວຈຶ່ງໄດ້ເກັບເອົາໄວ້, ຈາກນັ້ນຜູ້ກ່ຽວໄດ້ຂໍລາອອກຈາກບ່ອນເຮັດວຽກແລ້ວກັບເມື່ອ ຢູ່ບ້ານ ມາຮອດ ວັນທີ 17 ມັງກອນ 2026 ຜູ້ກ່ຽວໄດ້ຂີ່ລົດເມແຕ່ນະຄອນຫຼວງວຽງຈັນ ມາເມືອງທ່າແຂກ, ແຂວງຄຳມ່ວນ ເພື່ອມາກໍ່ເຫດລັກເອົາລົດກະບະ VIGO ຄັນດັ່ງກ່າວ ທີ່ຈອດຢູ່ໜ້າຮ້ານ ໂດຍນຳໃຊ້ລູກກະແຈສຳຮອງທີ່ຮັກສາໃວ້ແຕ່ຕອນເຄີຍເປັນພະນັກງານຂັບລົດໃຫ້ຜູ້ເສຍຫາຍໃນເມື່ອກ່ອນ ພາຍຫລັງກໍ່ເຫດແມ່ນໄດ້ ຂັບຂີ່ຫຼົບໜີໄປຕາມເສັ້ນທາງເລກທີ 13 ເພື່ອກັບມານະຄອນຫຼວງວຽງຈັນ, ແລ້ວເອົາປ້າຍທະບຽນອອກທຳລາຍຖິ້ມເພື່ອຈະເອົາໄປຂາຍໃຫ້ຄົນຮູ້ຈັກຢູ່ນະຄອນ ຫລວງວຽງຈັນ. ມາຮອດວັນທີ 26 ກຸມພາ 2026 ແມ່ນຖືກເຈົ້າໜ້າທີ່ກັກຕົວພ້ອມທັງຢຶດຂອງກາງລົດກະບະ ຍີ່ຫໍ້ TOYOTA Vigo ສີຂາວ, ເລກຈັກ2KDU657152, ເລກຖັງMROER39G907639080 ປ້າຍທະບຽນ ກຂ 4318 ຈຳປາສັກມາດຳເນີນຄະດີຕາມລະບຽບກົດໝາຍ ແລະ ມອບລົດຄັນດັ່ງກ່າວຄືນໃຫ້ເຈົ້າຂອງເດີມ.

ພາບ-ຂ່າວ: ນີວອນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article