ກອງບັນຊາການທະຫານຂອງອີຣານ ໄດ້ອອກແຖລງການເມື່ອວານນີ້ (11 ມີນາ) ວ່າ ໂລກຄວນກຽມຮັບມືກັບລາຄານ້ຳມັນທີ່ອາດພຸ່ງສູງເຖິງ 200 ໂດລາຕໍ່ບາເຣວ ຫຼັງຈາກທີ່ເຮືອອີກ 3 ລຳຖືກໂຈມຕີໃນບໍລິເວນອ່າວທີ່ກຳລັງຖືກປິດລ້ອມ. ໂດຍອີຣານໄດ້ຍິງຂີປນາວຸດໂຈມຕີອິສຣາແອລ ແລະ ເປົ້າໝາຍຫຼາຍແຫ່ງທົ່ວຕາເວັນອອກກາງເມື່ອວານນີ້ ຊຶ່ງສະແດງໃຫ້ເຫັນວ່າຍັງສາມາດໂຕ້ຕອບ ແລະ ສ້າງຄວາມວຸ້ນວາຍຕໍ່ເສັ້ນທາງດ້ານພະລັງງານໄດ້ ເຖິງແມ່ນວ່າກະຊວງປ້ອງກັນຊາດສະຫະລັດຈະລະບຸວ່າ ການໂຈມຕີຮ່ວມກັນຂອງສະຫະລັດ ແລະ ອິສຣາແອລຄັ້ງລ່າສຸດນີ້ ຖືເປັນການໂຈມຕີທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ເລີ່ມຕົ້ນສົງຄາມ.
ລາຄານ້ຳມັນທີ່ພຸ່ງສູງຂຶ້ນຢ່າງໄວວາໃນຕົ້ນອາທິດ ເລີ່ມປັບຕົວລົດລົງ ຂະນະທີ່ຕະຫຼາດຫຸ້ນຟື້ນຕົວ ເນື່ອງຈາກນັກລົງທຶນຍັງຄາດຫວັງວ່າ ປະທານາທິບໍດີ ໂດນັລ ທຣໍາ ຂອງສະຫະລັດ ຈະສາມາດຫາທາງຢຸດຕິສົງຄາມທີ່ເລີ່ມຕົ້ນຮ່ວມກັບອິສຣາແອລ ເມື່ອເກືອບສອງອາທິດກ່ອນ ໄດ້ຢ່າງວ່ອງໄວ.
ຢ່າງໃດກໍຕາມ ຈົນເຖິງຂະນະນີ້ ສະຖານການຣໃນພາກສະໜາມຍັງບໍ່ມີສັນຍານຜ່ອນຄາຍ ແລະ ຍັງບໍ່ມີຫຼັກປະກັນວ່າເຮືອຈະສາມາດຜ່ານຊ່ອງແຄບຮໍໝຸສໄດ້ຢ່າງປອດໄພ. ເສັ້ນທາງດັ່ງກ່າວເປັນຊ່ອງທາງຂົນສົ່ງນ້ຳມັນປະມານໜຶ່ງໃນຫ້າຂອງໂລກ ແລະ ປັດຈຸບັນຖືກປິດກັ້ນຢູ່ບໍລິເວນຊ່ອງແຄບຕາມແນວຊາຍຝັ່ງຂອງອີຣານ ຊຶ່ງຖືວ່າເປັນການຂັດຂ້ອງດ້ານອຸປະທານພະລັງງານທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ວິກິດລາຄານ້ຳມັນໃນຊຸມປີ 1970.
ທ່ານ ເອບຣາຮິມ ຊອນຟາກາຣີ ໂຄສົກກອງບັນຊາການທະຫານຂອງອີຣານ ໄດ້ກ່າວ ໂດຍມີຖ້ອຍຄຳທີ່ພາດພິງເຖິງສະຫະລັດວ່າ: “ກຽມຕົວຮັບລາຄານ້ຳມັນທີ່ອາດແຕະ 200 ໂດລາຕໍ່ບາເຣວ ເພາະລາຄານ້ຳມັນຂຶ້ນຢູ່ກັບຄວາມໝັ້ນຄົງໃນພາກພື້ນ ຊຶ່ງພວກທ່ານໄດ້ເຮັດໃຫ້ມັນຂາດຄວາມໝັ້ນຄົງ.”




