ໂຄງການຟື້ນຟູ ແລະ ບູລະນະທາງຫຼວງແຫ່ງຊາດເລກ 9, ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ມີຄວາມຍາວທັງໝົດ 233.30 ກິໂລແມັດຮອດປັດຈຸບັນສໍາເລັດແລ້ວ 7.12% ແລະ ຖ້າສໍາເລັດບາງຊ່ວງ ຈະມີການເກັບຄ່າຜ່ານທາງສະເພາະລົດບັນທຸກ 12 ໂຕນຂື້ນໄປໂດຍມີບ່ອນເກັບເງິນຢູ່ 4 ຈຸດ.

ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນໂຄງການທີ່ຈັດຕັ້ງປະຕິບັດໂດຍນໍາໃຊ້ສັນຍາຮູບແບບປະສົມປະສານ ແບບມອບເໝົາໂດຍອີງຕາມຜົນສຳເລັດຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງສາທາລະນະ ((output and Performance-Based Road Contract (OPBRC) ແລະ Public Road Toll Collection (PRTC)) ໃນໄລຍະເວລາ 10 ປີ (ໄລຍະຟື້ນຟູ 3 ປີ ແລະ ບູລະນະຮັກສາ 7 ປີ) ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາ. ໂຄງການນີ້ແມ່ນໄດ້ອອກແບບໃຫ້ສາມາດຮັກສາມາດຕະຖານທາງຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການສັນຈອນ, ການຂົນສົ່ງໂດຍສານ ແລະ ສິນຄ້າ, ເຊື່ອມໂຍງ-ເຊື່ອມຈອດກັບປະເທດເພື່ອນບ້ານ ຢ່າງໂລ່ງລ່ຽນ.

ຮອດປະຈຸບັນ ພາຍຫຼັງຜູ້ຮັບເໝົາໄດ້ເລີ່ມລົງມືຈັດຕັ້ງປະຕິບັດວຽກແຕ່ທ້າຍປີ 2025 ເປັນຕົ້ນມາກໍເຮັດໃຫ້ການສັນຈອນຂອງຍານພາຫະນະຜ່ານເສັ້ນທາງດັ່ງກ່າວມີຄວາມ ໂລ່ງລ່ຽນ ແລະ ປອດໄພ ຂຶ້ນກວ່າເກົ່າ. ໃນໄລຍະນີ້ ຜູ້ຮັບເໝົາ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ສ້ອມແປງທາງເພື່ອແກ້ໄຂການສັນຈອນໃຫ້ໂລ່ງລ່ຽນ; ຟື້ນຟູໂຄງສ້າງທາງ, ປູຢາງໜ້າທາງ ແລະ ກໍ່ສ້າງດ່ານເກັບເງິນຄ່າບໍລິການຜ່ານທາງຢູ່ 4 ຈຸດ ພ້ອມທັງຕິດຕັ້ງລະບົບ ແລະ ອຸປະກອນທັນສະໄໝ ເພື່ອເກັບຄ່າບໍລິການຜ່ານທາງ ເປັນທຶນສະສົມເຂົ້າກອງທຶນທາງ ເພື່ອຊໍາລະຄືນໃຫ້ຜູ້ຮັບເໝົາທີ່ຮັບຜິດຊອບ ຟື້ນຟູ ແລະ ບູລະນະຮັກສາ ທາງຫຼວງແຫ່ງຊາດເລກ 9 ນີ້. ສໍາລັບການເກັບເງິນຄ່າບໍລິການຜ່ານທາງ ແມ່ນ ລັດເປັນຜູ້ຮັບຜິດຊອບເກັບຈາກການນໍາໃຊ້ທາງຂອງລົດບັນທຸກ 12 ໂຕນຂື້ນໄປ ຕາມອັດຕາທີ່ກະຊວງ ຍທຂ ກໍານົດ ແລະ ຜ່ານການຮັບຮອງຈາກລັດຖະບານ, ໂດຍຈະໄດ້ນໍາໃຊ້ລະບົບທັນສະໄໝເກັບ ແລະ ຜ່ານລະບົບທະນາຄານ.

ມາຮອດປະຈຸບັນ, ການຈັດຕັ້ງປະຕິບັດວຽກໂຄງການຟື້ນຟູ ແລະບູລະນະຮັກສາທາງຫຼວງເລກ 9 ມີຄວາມຄືບໜ້າລວມທັງໝົດ 7.12%ຂອງແຜນການ.

ທີ່ມາ: Savanhphathana News




