16 C
Vientiane
ວັນທີ 1 December, 2025

ລຸງຄໍາພັນ ວໍລະແສງ ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.

Must read

ຂປລ. ປັດຈຸບັນໄດ້ມີຫລາຍໆຄອບຄົວທີ່ມີຄວາມສົນໃຈ ແລະ ຫັນສູ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫລຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງລຸງ ຄໍາພັນ ວໍລະແສງ, ປັດຈຸບັນ ໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບໃນການປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.

ລຸງ ຄໍາພັນ ວໍລະແສງ ກ່າວເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ຄອບຄົວຂອງຂ້າພະເຈົ້າມີສະມາຊິກທັງໝົດ 7 ຄົນ ຍິງ 3 ຄົນ, ໃນນັ້ນມີແຮງງານຕົ້ນຕໍ 4 ຄົນ ຍິງ 2 ຄົນ ແລະ ແຮງງານສໍາຮອງ 3 ຄົນ ຍິງ 1 ຄົນ; ເມື່ອກ່ອນຢູ່ຖິ່ນຖານເດີມບ້ານຫ້ວຍແຫ້, ເມືອງ ແລະ ແຂວງຈໍາປາສັກ ຕອນນັ້ນມີຊີວິດລໍາບາກສົມຄວນ, ມີເນື້ອທີ່ນາປູກເຂົ້າໜ້ອຍ, ບໍ່ສາມາດຂະຫຍາຍເພີ່ມໄດ້, ໄດ້ຜົນຜະລິດພໍກຸ້ມກິນ. ມາຮອດປີ 2017 ຈຶ່ງຕັດສິນໃຈຍົກຍ້າຍມາຢູ່ເມືອງພູວົງ ເພື່ອຊອກວຽກການປູກຝັງ-ລ້ຽງສັດ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ວາງອອກ. ເບື້ອງຕົ້ນໄດ້ເຂົ້າຮ່ວມກິດຈະກໍາປູກມັນຕົ້ນ ເຊິ່ງສະໜັບສະໜູນໂດຍໂຄງການອີຟັດ ໃນເນື້ອທີ 3 ເຮັກຕາ ຜົນຜະລິດໄດ້ 6 ໂຕນ/ເຮັກຕາ ສະເລ່ຍເປັນເງິນ 35 ລ້ານກີບຕໍ່ປີ, ແຕ່ເຫັນວ່າຕະຫລາດເກັບຊື້ມັນຕົ້ນ ຕອນນັ້ນບໍ່ກວ້າງຂວາງ ແລະ ລາຄາຕົກ ຈຶ່ງຫັນມາປູກອ້ອຍນໍາບໍລິສັດທີທີຊີ ຕາມກົນໄກ 2+3 (ການລົງທຶນແບບມີສ່ວນຮ່ວມ) ເລີ່ມແຕ່ປີ 2018 ເຖິງປັດຈຸບັນ, ໂດຍໄດ້ຮຽນຮູ້ ແລະນໍາໃຊ້ເຕັກນິກວິທະຍາສາດກະສິກໍາແບບໃໝ່ ເຂົ້າໃນການຜະລິດ ໃຫ້ໄດ້ຮັບປະສິດທິຜົນສູງ. ໃນປີ 2019 ເລີ່ມຕົ້ນປູກອ້ອຍໃນເນື້ອທີ່ 22 ເຮັກຕາ ໄດ້ຜົນຜະລິດ 65 ໂຕນ/ເຮັກຕາ ສະເລ່ຍໄດ້ເງິນຈາກການຂາຍອ້ອຍ 371 ລ້ານກວ່າກີບ ທຽບໃສ່ຕົ້ນທຶນແມ່ນຍັງໄດ້ເງິນໜ້ອຍຢູ່ ເພາະວ່າປີທໍາອິດໄດ້ລົງທຶນຫລາຍ, ແຕ່ເຮົາກໍຍັງບົວລະບັດຕໍອ້ອຍໃໝ່ອີກໄດ້ 1-2 ປີ ລວມເນື້ອທີ່ທັງໝົດຕອນນີ້ 42 ເຮັກຕາ. ປັດຈຸບັນ, ຜົນຜະລິດ ແລະ ລາຍຮັບຈາກການຂາຍອ້ອຍດີຂຶ້ນເລື້ອຍໆ ສະເລ່ຍ 570 ລ້ານກວ່າກີບ/ປີ; ນອກຈາກປູກອ້ອຍແລ້ວກໍຍັງມີລາຍຮັບຈາກການບໍລິການບຸກເບີກສວນ, ໄຖສວນ, ຄີບອ້ອຍ, ຂົນອ້ອຍ ສະເລ່ຍໄດ້ 258 ລ້ານກວ່າກີບ/ປີ, ໄດ້ຈາກການຂາຍມັນຕົ້ນ 270 ລ້ານກວ່າກີບ ແລະ ໄດ້ຈາກການຂາຍສັດລ້ຽງອື່ນໆອີກ 50 ລ້ານກີບ/ປີ ລວມລາຍຮັບທັງໝົດ 1.164 ລ້ານກີບ/ປີ.

“ທັງໝົດນັ້ນໄດ້ມາຈາກເຫື່ອແຮງ ຄວາມດຸໝັ່ນອົດທົນຂອງຕົນ ແລະ ສະມາຊິກໃນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ຂ້າພະເຈົ້າ ມີເຮືອນຢູ່ຖາວອນ 3 ຫລັງ, ລົດໄຖຄູໂບຕາ 2 ຄັນ, ລົດກະບະຣີໂວ 2 ຄັນ, ລົດສິບລໍ້ 1 ຄັນ, ລົດຄີບອ້ອຍ 1 ຄັນ, ມີງົວ 70 ໂຕ, ຄວາຍ 13 ໂຕ ແລະ ມີເຄື່ອງອຸປະກອນຮັບໃຊ້ການຜະລິດຢ່າງພຽງພໍ, ມີລະບົບນໍ້າໂຊລາເຊວ 3 ບໍ່ ນໍາໃຊ້ເຂົ້າໃນການຫົດອ້ອຍໃນຍາມແລ້ງ. ຜົນສໍາເລັດທັງໝົດນັ້ນ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ-ອົງການປົກຄອງເມືອງພູວົງ, ບັນດາຂະແໜງການທີ່ກ່ຽວຂ້ອງ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊີ້ທິດເຍືອງທາງ ແລະ ຊີ້ນໍາ-ນໍາພາ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າຊາວເມືອງພູວົງ ໃຫ້ໄດ້ຮັບການພັດທະນາ, ແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ພົ້ນທຸກເທື່ອລະກ້າວ… ” ລຸງ ຄໍາພັນ ວໍລະແສງ ກ່າວຕອນທ້າຍ.

ພາບ-ຂ່າວ: ມີໄຊ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article