16 C
Vientiane
ວັນທີ 1 December, 2025

ແນະນຳອາຫານຕ້ານໄຂ້ໜາວ ກິນແລ້ວຊ່ວຍເສີມພູມຕ້ານທານ ໃຫ້ແຂງແຮງບໍ່ເຈັບປ່ວຍງ່າຍ ກັບອາກາດຫນາວແບບນີ້ ແລະ ອາຫານທີ່ບໍ່ຄວນກິນເມື່ອເປັນໄຂ້

Must read

ອາຫານຕ້ານໄຂ້ໜາວ ແມ່ນອາຫານທີ່ດີຕໍ່ສຸຂະພາບ ໂດຍສະເພາະຢ່າງຍິ່ງໃນຊ່ວງທີ່ອາກາດແປປຽນ ແລະ ພະຍາດໄຂ້ໜາວກຳລັງລະບາດ ການເລືອກກິນອາຫານແກ້ໄຂ້ໜາວທີ່ມີຄຸນຄ່າທາງໂພຊະນາການສູງບໍ່ພຽງແຕ່ຊ່ວຍເສີມສ້າງພູມຕ້ານທານໃຫ້ແຂງແຮງເທົ່ານັ້ນ ແຕ່ຍັງຊ່ວຍປ້ອງກັນ ແລະ ບັນເທົາອາການໄຂ້ໜາວໄດ້ເປັນຢ່າງດີ ແຕ່ຈະມີອາຫານຊະນິດໃດແດ່ທີ່ຊ່ວຍຫຼຸດຄວາມສ່ຽງການເປັນໄຂ້ໜາວໄດ້ ມື້ນີ້ພວກເຮົາໄດ້ລວບລວມມາບອກກັນແລ້ວ ໄປເບິ່ງກັນເລີຍ

ອາຫານຕ້ານໄຂ້ໜາວ ມີອັນໃດແດ່ ອາຫານຕ້ານໄຂ້ໜາວ ປ້ອງກັນ ແລະ ຫຼຸດອາການເຈັບປ່ວຍ ມີດັ່ງນີ້:

1. ກະທຽມ: ອຸດົມໄປດ້ວຍສານອັລລິຊິນເຊິ່ງມີຄຸນສົມບັດຕ້ານໄວຣັສ ແລະ ແບັກທີເຣັຍ ຊ່ວຍເສີມສ້າງພູມຕ້ານທານ ແລະ ຫຼຸດຄວາມຮຸນແຮງຂອງອາການໄຂ້ໜາວ ສາມາດກິນສົດ ຫຼື ປຸງສຸກກໍ່ໄດ້

2. ຂິງ: ມີສານຈິນເຈີໂຣລທີ່ຊ່ວຍຫຼຸດການອັກເສບ ແລະ ບັນເທົາອາການເຈັບຄໍ ນອກຈາກນີ້ຍັງຊ່ວຍບັນເທົາອາການຄື່ນໄສ້ ແລະ ຊ່ວຍໃຫ້ຮ່າງກາຍອົບອຸ່ນ ເໝາະສຳລັບເຮັດເປັນຊາຂິງ ຫຼື ເພີ່ມໃນອາຫານ

3. ນ້ຳເຜິ້ງ: ມີຄຸນສົມບັດຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍບັນເທົາອາການໄອ ໂດຍສະເພາະເມື່ອຜົນກັບນ້ຳອຸ່ນ ແລະ ໝາກນາວ ຊ່ວຍໃຫ້ຄໍຊຸ່ມຊື່ນ ແລະ ຫຼຸດການລະຄາຍເຄືອງ

4. ຊຸບໄກ່(ແກງໄກ່): ອຸດົມໄປດ້ວຍສານອາຫານທີ່ຊ່ວຍເສີມສ້າງພູມຕ້ານທານ ເຊັ່ນ: ໂປຣຕີນ, ວິຕາມິນ ແລະ ເກືອແຮ່ ນ້ຳຊຸບອຸ່ນໆ ຍັງຊ່ວຍບັນເທົາອາການຄັດຈະມູກໄດ້ດີ

5. ໝາກໄມ້ຕະກູນໝາກກ້ຽງ: ມີວິຕາມິນຊີສູງເຊິ່ງຊ່ວຍກະຕຸ້ນການເຮັດວຽກຂອງເມັດເລືອດຂາວ ເຮັດໃຫ້ຮ່າງກາຍຕໍ່ສູ້ກັບເຊື້ອພະຍາດໄດ້ດີຂຶ້ນ ຕົວຢ່າງເຊັ່ນ: ໝາກກ້ຽງ, ໝາກນາວ ແລະ ເກຣບຟຣຸດ

6. ຜັກໃບຂຽວ: ອຸດົມດ້ວຍວິຕາມິນ ແລະ ແຮ່ທາດທີ່ຈຳເປັນຕໍ່ຮ່າງກາຍ ໂດຍສະເພາະວິຕາມິນຊີ, ວິຕາມິນອີ ແລະ ສານຕ້ານອະນຸມູນອິດສະຫຼະ ຊ່ວຍເສີມສ້າງພູມຕ້ານທານໄດ້ດີ ເຊັ່ນ: ຜັກກາດນາ, ຜັກໂຫມ ແລະ ບຣັອກໂຄລີ

7. ໂຢເກີດ: ມີໂພຣໄບໂອຕິກເຊິ່ງເປັນຈຸລິນຊີທີ່ມີປະໂຫຍດ ຊ່ວຍເສີມສ້າງລະບົບພູມຕ້ານທານ ແລະ ສົ່ງເສີມສຸຂະພາບລຳໄສ້ ຄວນເລືອກໂຢເກີດທີ່ບໍ່ມີນ້ຳຕານເພີ່ມ

8. ປາແຊລມອນ: ອຸດົມໄປດ້ວຍກົດໄຂມັນໂອເມກ້າ-3 ເຊິ່ງຊ່ວຍຫຼຸດການອັກເສບໃນຮ່າງກາຍ ແລະ ມີວິຕາມິນດີທີ່ຊ່ວຍເສີມສ້າງພູມຕ້ານທານ ປາທະເລນ້ຳເລິກຊະນິດອື່ນໆ ກໍ່ມີປະໂຫຍດເຊັ່ນກັນ

9. ຊາຂຽວ: ມີສານຕ້ານອະນຸມູນອິດສະຫຼະສູງ ໂດຍສະເພາະສານຄາເທຊິນ ເຊິ່ງຊ່ວຍຕ້ານການອັກເສບ ແລະ ເສີມສ້າງພູມຕ້ານທານ ການດື່ມຊາເຂັ້ວອຸ່ນໆ ຍັງຊ່ວຍໃຫ້ຮູ້ສຶກສະບາຍຕົວຂຶ້ນເມື່ອເປັນໄຂ້ໜາວ

10. ເຫັດ: ມີສານເບຕ້າ-ກລູແຄນທີ່ຊ່ວຍກະຕຸ້ນລະບົບພູມຕ້ານທານ ນອກຈາກນີ້ຍັງມີວິຕາມິນດີ ແລະ ສານຕ້ານອະນຸມູນອິດສະຫຼະ ເຫັດທີ່ມີປະໂຫຍດ ເຊັ່ນ: ເຫັດຊິຕາເກະ, ເຫັດຫອມ ແລະ ເຫັດນາງຟ້າ

ການກິນອາຫານຕ້ານໄຂ້ໜາວເຫຼົ່ານີ້ເປັນປະຈຳ ຮ່ວມກັບການພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍສະໝ່ຳສະເໝີ ຈະຊ່ວຍເສີມສ້າງພູມຕ້ານທານ ແລະ ຫຼຸດຄວາມສ່ຽງໃນການເປັນໄຂ້ໜາວໄດ້ຢ່າງມີປະສິດທິພາບ

ອາຫານທີ່ບໍ່ຄວນກິນ ເມື່ອເປັນໄຂ້ໜາວ

ເມື່ອຮ່າງກາຍຕ້ອງຕໍ່ສູ້ກັບໄຂ້ໜາວ ການເລືອກກິນອາຫານທີ່ເໝາະສົມເປັນສິ່ງສຳຄັນ ນອກຈາກການກິນອາຫານທີ່ມີປະໂຫຍດແລ້ວ ການຫຼີກລ້ຽງອາຫານບາງຊະນິດກໍ່ມີສ່ວນຊ່ວຍໃຫ້ຮ່າງກາຍຟື້ນຕົວໄດ້ໄວຂຶ້ນ ຕໍ່ໄປນີ້ຄືອາຫານທີ່ຄວນງົດເວັ້ນເມື່ອເປັນໄຂ້ໜາວ:

1. ອາຫານລົດຫວານເເຮງ ນ້ຳຕານໃນປະລິມານຫຼາຍສາມາດກົດການເຮັດວຽກຂອງລະບົບພູມຕ້ານທານ ເຮັດໃຫ້ຮ່າງກາຍຕໍ່ສູ້ກັບເຊື້ອພະຍາດໄດ້ບໍ່ດີເທົ່າທີ່ຄວນ ຄວນຫຼີກລ້ຽງຂະໜົມຫວານ, ນ້ຳອັດລົມ ແລະ ອາຫານແປຮູບທີ່ມີນ້ຳຕານສູງ

2. ອາຫານມັນ ອາຫານທີ່ມີໄຂມັນສູງອາດເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກຂຶ້ນ ແລະ ອາດສົ່ງຜົນໃຫ້ຮູ້ສຶກອື້ດອັດບໍ່ສະບາຍຕົວ ຄວນຫຼຸດການບໍລິໂພກອາຫານທອດ, ອາຫານຟາສຟູດ ແລະ ອາຫານທີ່ມີໄຂມັນອີ່ມຕົວສູງ

3. ຜະລິດຕະພັນນົມ ນົມ ແລະ ຜະລິດຕະພັນຈາກນົມອາດເຮັດໃຫ້ເສມຫະໜຽວຂຸ້ນຂຶ້ນ ສົ່ງຜົນໃຫ້ອາການໄອ ແລະ ຄັດຈະມູກແຍ່ລົງ ຄວນຫຼີກລ້ຽງນົມ, ເນີຍແຂງ ແລະ ໂຢເກີດໃນຊ່ວງທີ່ເປັນໄຂ້ໜາວ

4. ຄາເຟອີນ ເຄື່ອງດື່ມທີ່ມີຄາເຟອີນ ເຊັ່ນ: ກາເຟ ແລະ ຊາບາງຊະນິດ ອາດເຮັດໃຫ້ຮ່າງກາຍຂາດນ້ຳໄດ້ງ່າຍຂຶ້ນ ເຊິ່ງບໍ່ເປັນຜົນດີຕໍ່ການຟື້ນຕົວ ຄວນດື່ມນ້ຳເປົ່າ ຫຼື ເຄື່ອງດື່ມສະໝຸນໄພແທນ

5. ແອລກໍຮໍ ເຄື່ອງດື່ມແອລກໍຮໍເຮັດໃຫ້ຮ່າງກາຍຂາດນ້ຳ ແລະ ກົດການເຮັດວຽກຂອງລະບົບພູມຕ້ານທານ ຄວນງົດດື່ມເຄື່ອງດື່ມແອລກໍຮໍທຸກຊະນິດລະຫວ່າງເຈັບປ່ວຍ

6. ອາຫານລົດເຜັດເເຮງ ເຖິງແມ່ນວ່າອາຫານເຜັດອາດຊ່ວຍບັນເທົາອາການຄັດຈະມູກໄດ້ຊົ່ວຄາວ ແຕ່ອາດເຮັດໃຫ້ລະຄາຍເຄືອງກະເພາະອາຫານ ແລະ ລຳຄໍ ຄວນກິນອາຫານລົດອ່ອນໆ ແທນ

7. ອາຫານແປຮູບ ອາຫານແປຮູບມັກມີສ່ວນປະສົມຂອງສານກັນບູດ, ເກືອ ແລະ ນ້ຳຕານໃນປະລິມານສູງ ເຊິ່ງບໍ່ເປັນຜົນດີຕໍ່ຮ່າງກາຍທີ່ກຳລັງຕໍ່ສູ້ກັບເຊື້ອພະຍາດ ຄວນເລືອກກິນອາຫານສົດທີ່ປຸງເອງແທນ

8. ອາຫານລົດເຄັມຈັດ ອາຫານທີ່ມີໂຊເດຍມສູງອາດເຮັດໃຫ້ຮ່າງກາຍເກັບກັກນ້ຳ ສົ່ງຜົນໃຫ້ເກີດອາການບວມ ແລະ ບໍ່ສະບາຍຕົວ ຄວນຫຼີກລ້ຽງອາຫານແປຮູບ, ອາຫານກະປ໋ອງ ແລະ ຂະໜົມຂົບເຄື້ຍວທີ່ມີລົດເຄັມຈັດ

ແທນທີ່ຈະກິນອາຫານເຫຼົ່ານີ້ ຄວນເນັ້ນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ຊຸບຜັກ, ໝາກໄມ້ສົດ ແລະ ອາຫານທີ່ມີໂປຣຕີນຄຸນນະພາບດີ ພ້ອມທັງດື່ມນ້ຳໃຫ້ພຽງພໍ ການເລືອກກິນອາຫານແກ້ໄຂ້ໜາວທີ່ເໝາະສົມຈະຊ່ວຍໃຫ້ຮ່າງກາຍຟື້ນຕົວຈາກໄຂ້ໜາວໄດ້ໄວຂຶ້ນ ແລະ ກັບຄືນມາແຂງແຮງຢ່າງວ່ອງໄວ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article