ໃນວັນທີ 26 ພະຈິກ 2025, ຄະນະຜູ້ແທນກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໄດ້ເຂົ້າຮ່ວມກອງປະ ຊຸມຜູ້ບັນຊາການທະຫານບົກອາຊຽນ (ACAMM) ຄັ້ງທີ 26 ທີ່ປະເທດ ສິງກະໂປ ໂດຍການເປັນປະທານຂອງ ທ່ານ ພົນຕີ ໄກ ເດສ່ຽນ ຜູ້ບັນຊາການທະຫານບົກແຫ່ງກອງທັບສິງກະໂປ ແລະ ມີຜູ້ບັນ ຊາການທະຫານບົກຈາກກອງທັບ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ສ້າງການຮ່ວມມືຂອງພາກພື້ນໃນການຊ່ວຍ ເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ”. ພາຍໃຕ້ຄໍາຂວັນດັ່ງກ່າວ, ຜູ້ບັນຊາການທະຫານບົກ ຂອງບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບຫລາຍວຽກງານທີ່ສໍາຄັນ ເຊັ່ນ: ການປັບຕົວເຂົ້າໃນການປ່ຽນແປງສະພາບດິນຟ້າອາກາດ, ການປະສານງານທີ່ມີປະສິດທິພາບ ແລະ ການປະສານສົມທົບ ລະຫວ່າງ ທະຫານ ແລະ ພົນລະເຮືອນ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ລວມທັງລະບົບດີຈິຕອນ ແລະ ເອໄອ, ເຂົ້າໃນການປະຕິບັດການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ.
ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຮ່ວມຂອງ ກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 26 ວ່າດ້ວຍ “ສ້າງການຮ່ວມມືຂອງພາກພື້ນໃນການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ”. ຖະແຫລງການດັ່ງກ່າວ, ໄດ້ເນັ້ນໜັກ 3 ເນື້ອໃນຫລັກທີ່ສໍາຄັນ ຄື: ການ ສະແດງຄວາມໝາຍໝັ້ນຂອງທະຫານບົກອາຊຽນ ໃນການເສີມຂະຫຍາຍການຮ່ວມມື ເພື່ອສ້າງ ຄວາມສາມາດໃນການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຝຶກຊ້ອມຮ່ວມ ແລະ ການປະຕິບັດໜ້າທີ່ວຽກງານຕົວຈິງ; ການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍຜ່ານບັນດາກົນໄກທີ່ນໍາພາຂອງອາຊຽນ ເພື່ອຫລຸດຜ່ອນການທັບຊ້ອນ ແລະ ເພີ່ມທະວີການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ຂອງພາກພື້ນໃນວຽກງານການຊ່ວຍເຫລືອ ດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ; ການຍຶດໝັ້ນຕໍ່ການເຫັນດີ ເປັນເອກະພາບຂອງກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ໃນການຈັດຕັ້ງປະຕິບັດບັນດາແນວຄວາມຄິດລິເລີ່ມ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງ.
ໃນຕອນທ້າຍຂອງກອງປະຊຸມ, ທະຫານບົກສິງກະໂປ ໄດ້ມອບໂອນການເປັນປະທານກອງປະ ຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 27 ໃຫ້ແກ່ທະຫານບົກມາເລເຊຍ ສືບຕໍ່ເປັນເຈົ້າພາບໃນປີ 2026.
ຂ່າວ: ໜັງສືພິມກອງທັບ



