
ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການອະນຸລັກ, ບູລະນະໂຮງນາງສີດາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ມໍລະດົກໂລກ ວັດພູຈໍາປາສັກ ທີ່ເປັນໂຄງການຮ່ວມມືລາວ-ເກົາຫລີ ຈັດຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສະຖານບູຮານໂຮງນາງສີດາ ມໍລະດົກໂລກວັດພູຈຳປາສັກ ເມືອງຈຳປາສັກ ແຂວງຈຳປາສັກ ຕາງໜ້າມອບໂດຍ ທ່ານ ຄີຢອງລີ ປະທານອົງການມໍລະດົກວັດທະນະທຳ ເກົາຫລີ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ, ມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຕາງໜ້າສະຖານທູດ ສ ເກົາຫລີ ປະຈຳນະຄອນຫລວງວຽງຈັນ, ຜູ້ປະສານງານໂຄງການຈາກສູນກາງ, ແຂວງ, ເມືອງ ແລະ ບັນດາພະນັກງານວິຊາການເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ເຕດາວັນ ແກ້ວພິລາວັນ ໄດ້ກ່າວວ່າ: ສະຖານບູຮານໂຮງນາງສີດາ ແມ່ນມີປະຫວັດຄວາມເປັນ ມາທາງດ້ານປະຫວັດສາດ ແລະ ວັດທະນະທຳ ຊຶ່ງຖືກສ້າງຂຶ້ນໃນສະຕະວັດທີ 10 ໄດ້ຖືກປະລະ ເປັນເວລາຫລາຍຮ້ອຍປີ, ມາຮອດປີ 2001 ວັດພູພ້ອມດ້ວຍພື້ນທີ່ວັດທະນະທໍາຈໍາປາສັກ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ. ປີ 2013 ມູນນິທິວັດທະນະທໍາ ເກົາຫລີ ໄດ້ມີຄວາມສົນໃຈຢາກເຮັດການອະນຸລັກ ແລະ ຟື້ນຟູສະຖານບູຮານດັ່ງກ່າວ ດ້ວຍການໃຫ້ທຶນຊ່ວຍເຫລືອ ໃນການບູລະນະສ້ອມແປງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2013 ຫາ 2025. ຕະຫລອດໄລຍະຜ່ານມາ ໂຄງການຮ່ວມມືລາວ-ເກົາຫລີ ແມ່ນໄດ້ສຶກສາ, ສໍາຫລວດເກັບຂໍ້ມູນ ໃຫ້ແກ່ການບູລະນະສ້ອມແປງ ໂດຍສະເພາະ ເຫັນໄດ້ບັນດາຫົວໜ້າມູນນິທິວັດທະນະທໍາ ເກົາຫລີ ກໍຄືຊ່ຽວຊານ ໄດ້ພະຍາຍາມເອົາໃຈໃສ່ໃກ້ຊິດ ດ້ວຍເຂົ້າມາຕິດຕາມຊຸກຍູ້ຢູ່ພາກສະໜາມເປັນປະຈໍາ ແລະ ຕໍ່ເນື່ອງ ອັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມເປັນໄປດ້ວຍດີ ແລະ ມີຄວາມຄືບໜ້າ, ເຊິ່ງການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ ແມ່ນໄດ້ມີການຮ່ວມມືກັນເປັນຢ່າງດີ ລະຫວ່າງຝ່າຍ ເກົາຫລີ ກັບການຈັດຕັ້ງພາກລັດຂັ້ນທ້ອງຖິ່ນຮອດຂັ້ນກະຊວງ ພ້ອມທັງໄດ້ມີການປະຊຸມປຶກສາຫາລືຮ່ວມກັນ ຂອງແຜນຈັດຕັ້ງປະຕິບັດແຕ່ລະໄລຍະ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຫລາຍອັນທີ່ໄດ້ຮັບຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ເນື່ອງຈາກກອບໄລຍະເວລາຂອງການຮ່ວມມື ໃກ້ຈະສິ້ນສຸດແລ້ວຈຶ່ງມອບ-ຮັບ ໂຄງ ການຮ່ວມ ມືລາວ-ເກົາຫລີ ໃຫ້ແກ່ລັດຖະບານ ສປປ ລາວ ຢ່າງເປັນທາງການ.
ໂອກາດນີ້, ທ່ານ ນາງ ດາລານີ ພົມມະວົງສາ ຕາງໜ້າລັດຖະບານ ສປປ ລາວ ກ່າວສະແດງຄວາມຂອບໃຈ ຕໍ່ກັບຜົນສໍາເລັດໃນການປະກອບສ່ວນຊ່ວຍເຫລືອລ້າ ການບູລະນະປະຕິສັງຂອນ ໂຮງນາງສີດາຂອງ ສ ເກົາຫລີ, ຊຶ່ງເປັນໂຄງການຮ່ວມມືລະຫວ່າງ ລາວ-ເກົາຫລີ.

ຂ່າວ: ປະພິດ, ພາບ: ຈັນທະວີສັກ



