ຮູ້ ຫລື ບໍ່ວ່າ ເປືອກໝາກໄມ້ທີ່ເຮົາຄຸ້ນເຄີຍ ເຊັ່ນ: ໝາກກ້ຽງ, ໜາກນາວ, ໝາກສົ້ມໂອ ແລະ ໝາກນັດ ຖືເປັນ “ອາວຸດ” ຊັ້ນດີໃນການໄລ່ຍຸງ ເນື່ອງຈາກມີນ້ຳມັນຫອມລະເຫີຍຕາມທຳມະຊາດທີ່ແມງໄມ້ ແລະ ຍຸງບໍ່ມັກ.
ເປືອກໝາກກ້ຽງ ແລະ ໝາກກ້ຽງຫວານ

ຫຼາຍຄົນມັກຈະຖິ້ມເປືອກໝາກກ້ຽງ ຫຼັງຈາກກິນແລ້ວ ແຕ່ຮູ້ບໍ່ວ່ານີ້ແມ່ນອາວຸດທຳມະຊາດທີ່ໄລ່ຍຸງໄດ້ຜົນດີ ໃນເປືອກເຫຼົ່ານີ້ມີສານ “ລິໂມນີນ” (Limonene) ເຊິ່ງເປັນສານປະກອບທີ່ມີກິ່ນຫອມສະເພາະຕົວ ເຮັດໃຫ້ຍຸງຕ້ອງບິນຫນີ.
ພວກເຮົາສາມາດນຳມາໃຊ້ປະໂຫຍດໄດ້ຫຼາຍວິທີງ່າຍໆ ດັ່ງນີ້:
- ຊອຍເປືອກໝາກກ້ຽງເປັນອັນນ້ອຍໆ ແລ້ວວາງໄວ້ຕາມມຸມຫ້ອງ ໃກ້ປ່ອງຢ້ຽມ ຫຼື ຂ້າງຕຽງນອນ ເພື່ອໃຫ້ກິ່ນຫອມກະຈາຍຕົວ.
- ນຳເປືອກໄປຕາກແຫ້ງ ແລ້ວຈູດໄຟເຜົາເບົາໆ ໃຫ້ກິ່ນນ້ຳມັນຫອມລະເຫີຍຟຸ້ງກະຈາຍ ນອກຈາກຈະສ້າງບັນຍາກາດຜ່ອນຄາຍແລ້ວ ຍັງຊ່ວຍໄລ່ຍຸງ.
- ບີບເປືອກໝາກກ້ຽງເບົາໆ ເພື່ອເອົານ້ຳມັນມາປະສົມນ້ຳ ໃສ່ຂວດສະເປ ແລ້ວສີດພົ່ນໃຫ້ທົ່ວເຮືອນ ຕາມຜ້າກັ້ງ ຫຼື ເຟີນິເຈີ ກໍຊ່ວຍໃຫ້ບ້ານຫອມ ແລະ ປອດໄພ.
ນອກຈາກນີ້ ເປືອກໝາກກ້ຽງຍັງຊ່ວຍໃຫ້ບ້ານຫອມ ມີສັນພະຄຸນຊ່ວຍໃຫ້ຈິດໃຈສະຫງົບ ແລະ ຊ່ວຍບັນເທົາອາການເມື່ອຍລ້າໄດ້ອີກດ້ວຍ.
ເປືອກໝາກນາວ

ໝາກນາວເປັນໝາກໄມ້ທີ່ຄຸ້ນເຄີຍກັນດີໃນທຸກຄົວເຮືອນ ແຕ່ມີຫນ້ອຍຄົນທີ່ຈະຮູ້ວ່າເປືອກໝາກນາວມີຄວາມສາມາດໃນການໄລ່ຍຸງຕາມທຳມະຊາດ ເນື່ອງຈາກມີ “ຊິນໂທຣເນລລາ” (Citronella) ເຊິ່ງເປັນນ້ຳມັນຫອມລະເຫີຍທີ່ມັກໃຊ້ໃນທຽນ ຫຼື ສະເປກັນຍຸງ
ວິທີການນຳໄປໃຊ້ປະໂຫຍດກໍ່ງ່າຍໆ ດັ່ງນີ້:
- ວາງເປືອກໝາກນາວສົດສອງສາມປ່ຽງໄວ້ຮອບຫ້ອງນັ່ງຫຼິ້ນ ຫ້ອງນອນ ຫຼື ມຸມເຮັດວຽກ ຈະຊ່ວຍໃຫ້ພື້ນທີ່ຫອມສົດຊື່ນ ແລະ ຈຳກັດຍຸງບໍ່ໃຫ້ບິນເຂົ້າ
- ຊອຍເປືອກໝາກນາວເປັນເສັ້ນນ້ອຍໆ ນຳໄປຕາກແຫ້ງແລ້ວຈູດໄຟເບົາໆ ໃຫ້ນ້ຳມັນຫອມລະເຫີຍກະຈາຍທົ່ວຫ້ອງ ຊ່ວຍດັບກິ່ນອັບຊຸ່ມ ແລະ ໄລ່ຍຸງ
- ອີກເຄັດລັບໜຶ່ງຄືການແຊ່ເປືອກໝາກນາວໃນນ້ຳຮ້ອນ ແລ້ວວາງຖ້ວຍນ້ອຍໆໄວ້ເທິງໂຕະອາຍລະເຫີຍຂອງກິ່ນໝາກນາວອ່ອນໆ ຈະຊ່ວຍໄລ່ຍຸງໂດຍບໍ່ກໍ່ໃຫ້ເກີດການລະຄາຍເຄືອງ
ເປືອກໝາກສົ້ມໂອ

ເປືອກໝາກສົ້ມໂອມີກິ່ນຫອມອ່ອນໆ ທີ່ທີ່ີກິ່ນຫອມ ແຕ່ເປັນກິ່ນທີ່ຍຸງບໍ່ມັກ ກິ່ນນ້ຳມັນຫອມລະເຫີຍຕາມທຳມະຊາດໃນເປືອກໝາກສົ້ມໂອເຮັດໃຫ້ຍຸງຕ້ອງຫຼີກຫນີ ອີກທັງຍັງຊ່ວຍຟອກອາກາດ ແລະ ສ້າງຄວາມຮູ້ສຶກຜ່ອນຄາຍ
ທ່ານສາມາດໃສ່ເປືອກໝາກສົ້ມໂອສົດສອງສາມອັນລົງໃນອ່າງອາບນ້ຳ ເຊິ່ງບໍ່ພຽງແຕ່ຊ່ວຍໄລ່ຍຸງ ແຕ່ຍັງຊ່ວຍຜ່ອນຄາຍ ບຳລຸງຜິວ ແລະ ຊ່ວຍຜ່ອນຄາຍລະບົບປະສາດ
ນອກຈາກນີ້ ການນຳເປືອກໝາກກ້ຽງໂອໄປຕາກແຫ້ງແລ້ວຈູດໄຟເຜົາເບົາໆ ກໍເປັນວິທີທີ່ມີປະສິດທິພາບໃນການກະຈາຍນ້ຳມັນຫອມລະເຫີຍໄປໃນອາກາດ ຊ່ວຍຂັດຂ້າກິ່ນອັບ ແລະ ຟອກອາກາດ ໂດຍບໍ່ກໍ່ໃຫ້ເກີດການລະຄາຍເຄືອງເຫມືອນສານເຄມີ
ເປືອກໝາກນັດ

ເປືອກໝາກນັດສົດມີກິ່ນຫອມອ່ອນໆ ທີ່ບໍ່ພຽງແຕ່ຊ່ວຍສ້າງບັນຍາກາດຜ່ອນຄາຍ ແຕ່ຍັງມີຄຸນສົມບັດໃນການໄລ່ຍຸງອີກດ້ວຍ ວິທີໃຊ້ກໍ່ງ່າຍຫຼາຍ:
- ຊອຍເປືອກໝາກນັດເປັນອັນນ້ອຍໆ ແລ້ວວາງໄວ້ຮອບຫ້ອງຄົວ ຫຼື ຫ້ອງນັ່ງຫຼິ້ນ
- ນຳເປືອກໝາກນັດໄປຕົ້ມກັບນ້ຳຮ້ອນ ແລ້ວນຳນ້ຳທີ່ໄດ້ມາໃສ່ຂວດສະເປຣສີດພົ່ນເບົາໆ ເພື່ອປ້ອງກັນບໍ່ໃຫ້ຍຸງເກາະຕາມເຟີນິເຈີ
ເຄັດລັບນ້ອຍໆ ເພື່ອເພີ່ມປະສິດທິພາບ
- ຊອຍ ຫຼື ບົດເປືອກໃຫ້ເປັນອັນນ້ອຍໆ ເພື່ອໃຫ້ກິ່ນກະຈາຍຕົວໄດ້ດີຂຶ້ນ
- ວາງໄວ້ໃນທີ່ໂລ່ງ ໃກ້ປ່ອງຢ້ຽມ ຫຼື ຈຸດທີ່ມີລົມເຂົ້າ ເພື່ອໃຫ້ນ້ຳມັນຫອມລະເຫີຍກະຈາຍໄປທົ່ວເຖິງ
- ປະສົມເປືອກຫຼາຍຊະນິດເຂົ້າດ້ວຍກັນ ເຊັ່ນ: ໝາກກ້ຽງ, ໝາກນາວ ແລະ ໝາກສົ້ມໂອ ເພື່ອເພີ່ມປະສິດທິພາບໃນການໄລ່ຍຸງ ແລະ ສ້າງຄວາມຫອມ
- ໃຊ້ເປັນປະຈຳ ໂດຍສະເພາະໃນລະດູຝົນ ຫຼື ຕອນກາງຄືນ ເຊິ່ງເປັນຊ່ວງທີ່ຍຸງຊຸກຊຸມ
ນອກຈາກການໄລ່ຍຸງແລ້ວ ເປືອກໝາກໄມ້ເຫຼົ່ານີ້ຍັງຊ່ວຍດັບກິ່ນອັບໃນຕູ້ເຢັນ ຫຼື ຖັງຂີ້ເຫຍື້ອໄດ້ດີອີກດ້ວຍ
ຂໍ້ຄວນລະວັງເພື່ອຄວາມປອດໄພ
ເມື່ອຕ້ອງຈູດເປືອກແຫ້ງ ຄວນເຮັດໃນທີ່ທີ່ມີອາກາດຖ່າຍເທສະດວກ ແລະ ຫຼີກເວັ້ນການວາງໄວ້ໃກ້ວັດຖຸໄວໄຟ
ສຳລັບບ້ານທີ່ມີເດັກນ້ອຍ ຄວນເນັ້ນການວາງເປືອກສົດ ຫຼື ເປືອກຕາກແຫ້ງ ຫຼາຍກວ່າການໃຊ້ສະເປນ້ຳມັນຫອມລະເຫີຍທີ່ມີຄວາມເຂັ້ມຂຸ້ນສູງ ການໃຊ້ວັດສະດຸຈາກທຳມະຊາດຍ່ອມປອດໄພກວ່າສານເຄມີ ແລະ ຍັງຊ່ວຍປະຢັດຄ່າໃຊ້ຈ່າຍອີກດ້ວຍ



