27 C
Vientiane
ວັນທີ 23 January, 2026

ພິທີພຸດທະພິເສກສົມໂພດພຣະພຸດທະຮູບ ແລະ ຍົກຍອດຊໍ່ຟ້າຢູ່ບ້ານໃຫຍ່ພັດທະນາຫ້ວຍຍາງ

Must read

ຄະນະສົງວັດພູເຂົາຄຳຖໍ້າເສືອ ພ້ອມດ້ວຍ ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນຊາວບ້ານໃຫຍ່ພັດທະນາຫ້ວຍຍາງ ເມືອງຊະນະສົມບູນ ໄດ້ຈັດພິທີພຸດທະພິເສກສົມໂພດພຣະພຸດທະຮູບ ແລະ ຍົກຍອດຊໍ່ຟ້າ ໃນມື້ວານນີ້ ເພື່ອປະດິດສະຖານໄວ້ເປັນບອນສັກສິດກາບໄຫວ້ສັກກາລະບູຊາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງພຸດທະສາສະໜາທີ່ເຄີຍປະຕິບັດກັນມາໃຫ້ໝັ້ນຄົງຍືນຍົງ ຄຽງຄູ່ຢູ່ກັບຊາດລາວຄົນລາວຊາວພຸດຕະຫຼອດໄປ ເຊີ່ງໄດ້ຮັບຄວາມເມດຕາເຂົ້າຮ່ວມຂອງ ພະອາຈານໃຫຍ່ມະຫາ ສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນລາວແຂວງຈຳປາສັກ, ມີ ພຣະອາຈານ ປູ່ໂສມ ໄຊຍະລາດ ເຈົ້າອະທິການວັດພູເຂົາຄຳຖໍ້າເສືອ ພ້ອມດ້ວຍ ພຣະສົງ – ສໍາມະເນນຈາກວັດແຫ່ງຕ່າງໆພາຍໃນເມືອງ, ຝ່າຍຄາລະວາດເຂົ້າຮ່ວມມີ ທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ,ທ່ານ ສຸກສະຫວັນ ວຸດທິປັນຍາ ເລຂາຄະນະພັກຮາກຖານຊີ້ນຳກຸ່ມ – ບ້ານທີ V ຂອງເມືອງ,ທ່ານ ເດືອນພອນ ສີບຸນເຮືອງ ຮອງປະທານແນວລາວສ້າງຊາດເມືອງ ແລະ ອົງການຈັດຕັ້ງບ້ານ,ແມ່ຊີ,ພໍ່ຂາວ,ແມ່ຂາວ ລວມທັງ ຄະນະເຈົ້າພາບ – ເຈົ້າສັດທາເຂົ້າຮ່ວມຢ່າງຫຼວງຫຼາຍ.

ກອນເຂົ້າສູ່ພິທີພຸດທະພິເສກສົມໂພດພຣະພຸດທະຮູບໃນເວລາ 15:00 ໂມງ ກໍໄດ້ມີພິທີຍົກຍອດຊໍ່ຟ້າຂື້ນຫຼັງສາລາໂຮງທຳ ແລະ ໃນເວລາ 19:00 ໂມງ ເຂົ້າສູ່ພິທີໄຫວ້ພຣະຮັບສິນ, ສູດປະລິຕະມຸງຄຸນ ຕໍ່ຈາກນັ້ນຄະນະເຈົ້າພາບ – ເຈົ້າສັດທາ ທີ່ນຳພາສ້າງພຣະພຸດທະຮູບ ກໍໄດ້ຖວາຍພຣະພຸດທະຮູບໃຫ້ແກ່ຄະນະສົງວັດພູເຂົາຄຳຖໍ້າເສືອ ບ້ານໃຫຍ່ພັດທະນາຫ້ວຍຍາງ ພ້ອມທັງ ໄຕ້ທຽນໄຊ ສົມໂພດພຣະພຸດທະຮູບຈຳນວນ 4 ອົງຕະຫຼອດແຈ້ງ ແລະ ໃນຕອນເຊົ້າວັນທີ 23 ມັງກອນ 2026 ໄດ້ມີພິທີທຳບຸນໃສ່ບາດຖວາຍເຄື່ອງສັງຄະທານຕ່າງໆແດ່ພຣະສົງ ແລະ ໃນຕອນກາງຄືນກໍຈະໄດ້ມີການຄົບງັນຕາມປະເພນີອີກດ້ວຍ.

ຂ່າວ-ພາບ: ສື່ມວນຊົນເມືອງຊະນະສົມບູນ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article