27 C
Vientiane
ວັນທີ 23 January, 2026

ນະຄອນຫຼວງວຽງຈັນ ແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງ ຈໍານວນ 3 ທ່ານ

Must read

ໃນວັນທີ 23 ມັງກອນ 2026 ຢູ່ທີ່ ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງພະນັກງານການນໍາຂັ້ນສູງ ແລະ ມອບ-ຮັບຫນ້າ ທີ່ພະນັກງານນໍາພາຄຸ້ມຄອງ ຂອງນະຄອນ ຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ເຈົ້າຄອງ ນະຄອນຫຼວງວຽງຈັນ.

ໃນພິທີ ທ່ານ ພູທອນ ແກ້ວດວງມະນີ ຫົວຫນ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ເຈົ້າຄອງ ນະຄອນຫຼວງວຽງຈັນ ສະບັບເລກທີ 99, 100, 101/ຈນວ ລົງວັນທີ 21 ມັງ ກອນ 2026 ວ່າດ້ວຍການແຕ່ງຕັ້ງ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໃນນັ້ນ ໄດ້ຕົກລົງແຕ່ງຕັ້ງ :

1. ທ່ານ ໂພຄໍາ ໄຊຍະສອນ ກໍາມະການປະຈໍາພັກ ນ.ວ ເປັນຮອງປະທານຄະນະກໍາມະການປົກ ຄອງ ນ.ວ.

2. ທ່ານ ນ. ວິໄລວອນ ຈັນທະລາຕີ ກໍາມະການປະຈໍາພັກ ນ.ວ ເປັນຮອງປະທານຄະນະກໍາມະການປົກຄອງ ນ.ວ

3. ທ່ານ ທະວີໄຊ ເຫມົາຊົມພູ ກໍາມະການປະຈໍາພັກ ນ.ວ ເປັນຮອງປະທານຄະນະກໍາມະການປົກຄອງ ນ.ວ.

ຜ່ານມະຕິຕົກລົງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 103/ຈນວ ລົງວັນທີ 21 ມັງ ກອນ 2026 ວ່າດ້ວຍການແຕ່ງຕັ້ງ ຫົວຫນ້າຫ້ອງວ່າການ ນ.ວ.

1. ແຕ່ງຕັ້ງທ່ານ ສິນລະປະກອນ ພົມມະໄຊສີ ກໍາມະການພັກ ນ.ວ ປະທານຄະນະກໍາມະການປົກຄອງເມືອງ ໄຊທານີ ເປັນຫົວຫນ້າຫ້ອງວ່າການ ນ.ວ.

ຜ່ານຂໍ້ຕົກລົງເລກທີ 98/ຈນວ ລົງວັນທີ 23 ມັງກອນ 2026 ວ່າດ້ວຍ ການຍົກຍ້າຍພະນັກ ງານນໍາພາຄຸ້ມຄອງ.

1. ຍົກຍ້າຍທ່ານ ສອນໄຊ ສີສົມພັນ ກໍາມະການພັກ ນ.ວ ຮອງຫົວຫນ້າຫ້ອງວ່າການ ນ.ວ ໄປຮັບຫນ້າທີ່ໃຫມ່ຢູ່ ພະ ແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ນ.ວ.

ຂ່າວ : ລັດສະຫມີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article