27 C
Vientiane
ວັນທີ 23 January, 2026

ສິນຄ້າ ໝົດອາຍຸ ແລະ ເສື່ອມຄຸນນະພາບເປັນອັນຕະລາຍຕໍ່ສຸຂະພາບ

Must read

ສາທາລະນະສຸກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈູດທຳລາຍສິນຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບໃນວັນທີ 22 ມັງກອນ 2026 ທີ່ຜ່ານມານີ້ ຢູ່ສະຖານທີ່ຖີ້ມຂີ້ເຫຍື້ອຂອງເມືອງ ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາພັນ ແກ້ວບຸນຕາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ວຽງຄວນ ບຸນຍາວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມດ້ວຍຫ້ອງທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ທ່ານ ນາງ ເພັດດາວອນ ວົງລາສີ ຫົວໜ້າໜ່ວຍງານອາຫານ ແລະ ຢາ ໄດ້ໃຫ້ຮູ້ວ່າ: ສິນຄ້າດັ່ງກ່າວ ໄດ້ຈາກ ກວດກາຢູ່ບັນດາຮ້ານອາຫານ, ຮ້ານຂາຍເຄື່ອງຍົກ, ເຄື່ອງຍ່ອຍ ໃນຂອບເຂດເທສະບານເມືອງ, ເຂດດາວເຮືອງ ແລະ ເຂດສະກົກດອນຄູນ 53 ຮ້ານ, ພົບເຫັນເຄື່ອງທີ່ໝົດອາຍຸຢູ່ຈຳນວນ 20 ຮ້ານ ເຊິ່ງມີ: ນ້ຳອັດລົມ, ໝີ່, ເຂົ້າໜົມ, ນົມ, ກາເຟ, ແປ້ງເຫຼົ້າ, ສະເປສີດຜົມ ແລະ ອື່ນໆ.

ຂ່າວ:ໜັງສືພິມວຽງຈັນທາຍ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article