
ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າ ຮ່ວມ.

ພາຍຫຼັງ, ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ດອນ ໄພວົງ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກຳຕ່າງໆ ເປັນຕົ້ນມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ສະບັບເລກທີ 05/ກມສພ, ລົງວັນທີ 16 ມັງ ກອນ 2026 ຕົກລົງອະນຸມັດໃຫ້ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ອອກພັກການ-ຮັບອຸດໜູນບຳນານ ແລະ ສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ ອອກພັກການ-ຮັບອຸດໜູນບຳນານ; ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີໄປຮັບໜ້າທີ່ໃໝ່ ຢູ່ສູນກາງແນວລາວສ້າງຊາດ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 10/ກມສພ, ລົງວັນທີ 13 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ປະທານ ສນຊ, ກົມການເມືອງສູນກາງພັກ ຕົກລົງແຕ່ງຕັ້ງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ປະທານ ສນຊ. ໃຫ້ກຽດມອບຂໍ້ຕົກລົງອະນຸມັດອອກພັກການ-ຮັບອຸດໜູນບຳນານ ແລະ ມອບຂໍ້ຕົກລົງແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ໃໝ່ ໂດຍສະຫາຍ ທອງລຸນ ສີສຸລິດ.

ໃນພິທີໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ ແລະ ສະຫາຍ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ໃໝ່.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາ-ຊີ້ນຳຂອງຄະນະພັກ, ຄະນະນຳ ສນຊ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງມີຜົນງານພົ້ນເດັ່ນຫຼາຍດ້ານ. ພ້ອມນີ້,ສະຫາຍໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະຕໍ່ການແຕ່ງຕັ້ງສະຫາຍ ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະບໍລິຫານງານພັກ ປະ ທານ ສນຊ ຜູ້ໃໝ່ໃນຄັ້ງນີ້ ຊຶ່ງສະຫາຍແມ່ນພະນັກງານຫຼັກແຫຼ່ງທີ່ມີຄວາມຮູ້-ຄວາມສາມາດໃນການນຳພາ-ຊີ້ນໍາ ເຊື່ອ ໝັ້ນວ່າສະຫາຍຈະຮ່ວມກັບພະນັກງານ-ສະມາຊິກພັກ ສນຊ ພ້ອມກັນຍູ້ແຮງຂະບວນການໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ອົງການແນວລາວສ້າງຊາດ ມີໜ້າທີ່ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ຜັນຂະຫຍາຍແນວທາງຂອງພັກໃຫ້ເປັນຮູບປະທຳ ເສີມຂະຫຍາຍມະຫາສາມັກຄີຢ່າງກວ້າງຂວາງໜັກ ແໜ້ນກວ່າເກົ່າ ແນວລາວສ້າງຊາດຕ້ອງໄດ້ບຸກບືນຂຶ້ນ ເພື່ອໃຫ້ແນວທາງຂອງພັກໄດ້ຜັນຂະຫຍາຍຢ່າງເປັນຮູບປະທຳ.


ຂ່າວ-ພາບ: ພູວັນ




