23 C
Vientiane
ວັນທີ 23 January, 2026

ປະກາດແຕ່ງຕັ້ງ ສະຫາຍ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ຜູ້ໃໝ່

Must read

ວັນທີ 22 ມັງກອນ 2026 ນີ້ ຢູ່ທີ່ຫ້ອງວ່າການ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດ ມອບ-ຮັບໜ້າທີ່ ປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ຜູ້ໃໝ່ ລະຫວ່າງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ ກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ບໍລິຄຳໄຊ ປະທານຄະນະກຳມະການປົກຄອງແຂວງຜູ້ໃໝ່. ໂດຍມີ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 702/ນຍ, ລົງວັນທີ 07 ພະຈິກ 2025 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ໂດຍແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ. ພ້ອມນີ້ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານເຈົ້າແຂວງ ແລະ ປະທານຄະນະກຳມະການປົກຄອງ ແຂວງ ບໍລິຄຳໄຊ ຢ່າງເປັນທາງການ.

ໃນໂອກາດດຽວກັນນີ້, ທ່ານ ເພັດສະໄໝ ໄຊຍະທິຈັກ ຫົວໜ້າ ຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ແລະ ທ່ານ ສົມໃຈ ຄຸນພະໄຊ ເປັນຮອງປະທານຄະນະກຳມະການ ປົກຄອງແຂວງ.

ພາບຂ່າວ: ຄຳຟອງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article