24.4 C
Vientiane
ວັນທີ 22 January, 2026

 ທັບນັກກິລາຄົນພິການລາວ ຫວັງ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຈາກກິລາອາຊຽນພາຣາເກມ ຄັ້ງທີ 13

Must read

ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຈາກງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທ ທີ່ໄດ້ເປີດຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ທີ່ຜ່ານມາ ຢູ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ.

ຂະນະທີ່ຖືທຸງຊາດລາວ ນຳຂະບວນເດີນສວນສະໜາມຂອງທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ໂດຍມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງຫົວໜ້າຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍຄະນະນັກກິລາລາວກ້າວເຂົ້າສູ່ສະໜາມ.

ງານແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ປະເທດອາຊຽນເຂົ້າຮ່ວມ 1,166 ຄົນ. ໃນນັ້ນບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວ ແລະ ມີການຊີງໄຊຫຼຽນຄຳທັງໝົດ 493 ຫຼຽນຈາກ 19 ປະເພດກິລາ ແລະ ມີການສາທິດກິລາ 2 ປະເພດຄື: ກິລາອີສະປັອດ ແລະ ໂລນບານ. ການແຂ່ງຂັນໄດ້ເລີ່ມ ຢ່າງເປັນທາງການລະຫວ່າງວັນທີ 20-26 ມັງກອນ 2026.

ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ສົງການ ພັນແພງດີ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article