
ຂປລ. ໃນວັນທີ 21 ມັງກອນ 2026 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ເຊຣເກ ຊົດສະກີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຜູ້ໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ແລະ ປະສົບການຂອງທ່ານທູດ, ການພົວພັນຮ່ວມມື ລາວ-ຣັດເຊຍ ທີ່ມີຄວາມໜັກແໜ້ນຢູ່ແລ້ວ ໂດຍສະເພາະທາງດ້ານການເມືອງ ກໍຄື ການພົວພັນລະຫວ່າງສອງພັກກໍາອໍານາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ດ້ານການສຶກສາ ຈະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຍິ່ງຂຶ້ນ. ສ່ວນການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານກະສິກໍາ, ການທ່ອງທ່ຽວ, ການທູດປະຊາຊົນ ແລະ ການຮ່ວມມື ລະຫວ່າງອົງການຈັດຕັ້ງມະຫາຊົນ, ຄະນະພົວພັນຕ່າງປະ ເທດ ພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດກັບສະຖານທູດ ເພື່ອຊຸກຍູ້ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອຜົນປະໂຫຍດຕົວຈິງຂອງ ປະຊາຊົນສອງຊາດ ກໍຄື ເພື່ອສົ່ງເສີມສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ພ້ອມກັນນີ້, ທ່ານຫົວໜ້າ ຄຕພ ຍັງໄດ້ຖືໂອກາດດັ່ງກ່າວ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານຣັດເຊຍ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍ ເຫລືອດ້ານວຽກງານ ປກສ-ປກຊ, ທຶນການສຶກສາ, ມະນຸດສະທໍາ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆຊຶ່ງທັງໝົດລ້ວນແຕ່ເປັນການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງອວຍພອນໃຫ້ ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດຣັດເຊຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ເຊຣເກ ຊົດສະກີ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ບຸນເຫລືອ ພັນດານຸວົງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ ຜົນສໍາເລັດອັນຈົບງາມຂອງ ກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ. ໃນການພົບປະ, ທ່ານທູດເຫັນດີເປັນເອກະພາບຕໍ່ກັບການຕີລາຄາຂອງ ທ່ານຫົວໜ້າ ຄຕພ ກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ທີ່ມີມາແຕ່ຍາວນານ ແລະ ພວມຢູ່ໃນບັນຍາກາດອັນຟົດຟື້ນ. ພ້ອມກັນນີ້, ທ່ານທູດ ຍັງໄດ້ແລກປ່ຽນຢ່າງກົງໄປກົງມາ ບາງບັນຫາທີ່ຍັງຄົງຄ້າງ ແລະ ຈໍາເປັນຈະຕ້ອງໄດ້ຊຸກຍູ້ຮ່ວມກັນໃນຕໍ່ໜ້າ, ປຶກສາຫາລືທິດທາງການຮ່ວມມືນໍາກັນໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ພັກ-ລັດ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ພັກ, ລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ຄຕພ




