24.4 C
Vientiane
ວັນທີ 22 January, 2026

ກວດຢຶດ ຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຢູ່ຮ້ານຂາຍເຄື່ອງທີ່ລະນຶກ ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ

Must read

ວັນທີ 21 ມັງກອນ 2026 ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ລາຍງານວ່າ: ໃນທ້າຍເດືອນທັນວາ 2025 ຜ່ານມານີ້ ເຈົ້າໜ້າທີ່ປ່າໄມ້ (ຈາກກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ) ໄດ້ລົງສົມທົບກັບກອງກວດກາ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ລົງກວດກາຮ້ານຂາຍເຄື່ອງ ທີ່ລະນຶກ, ຮ້ານອາຫານ ແລະ ສະຖານທີ່ອື່ນໆ ທີ່ຄາດວ່າມີການລັກລອບຄ້າຂາຍ ຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຢູ່ນະຄອນຫລວງພະບາງ ແຂວງຫວງພະບາງ ຈໍານວນ 6 ຈຸດ.

ຜ່ານການກວດກາສາມາດ ຍຶດ ຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ, ວັດຖຸ ທີ່ຄ້າຍຄື ຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຊຶ່ງມີນໍ້າໜັກທັງໝົດ ຈໍານວນ 48,25 ກິໂລກລາມ. ການກວດກາດັ່ງກ່າວ ເປັນຜົນທີ່ສືບຕໍ່ຈາກການລົງກວດກາ ຂອງກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໃນເດືອນພະຈິກ 2025 ຜ່ານມາ.

ໃນຂະນະດຽວກັນ ເຈົ້າໜ້າທີ່ປ່າໄມ້ (ຈາກກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ກໍ່ໄດ້ລົງສົມທົບກັບກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໄດ້ລົງກວດກາ ຮ້ານຄ້າ, ຕະຫລາດ ແລະ ສະຖານທີ່ອື່ນໆ ຢູ່ນະຄອນຫລວງວຽງຈັນ ຈໍານວນ 11 ຈຸດ, ສາມາດຍຶດ ຜະລິດຕະພັນຊິ້ນສ່ວນສັດປ່າ,ວັດຖຸ ທີ່ຄ້າຍຄື ຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຈຳນວນ 13 ລາຍການ.

ປັດຈຸບັນ, ຂອງກາງທັງໝົດ ໄດ້ເກັບຮັກສາໄວ້ນຳເຈົ້າໜ້າທີ່ປ່າໄມ້ ເພື່ອປະສານຂະແໜງການກ່ຽວ ຂ້ອງ ດໍາເນີນການພິສູດ DNA ໃນການຢັ້ງຢືນຊະນິດພັນ. ສໍາລັບການດໍາເນີນຄະດີນັ້ນ ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ລວບລວມຫລັກຖານ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article