ວັນທີ 21 ມັງກອນຂອງ 2026 ນີ້, ກອງກວດກາອາຫານ ແລະ ຢາ ນະຄອນຫລວງວຽງວຈັນ ໄດ້ຈັດພິທິທຳລາຍສິນຄ້າ ປະເພດອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ. ຢູ່ທີ່ສະໜາມຂີ້ເຫຍື້ອ ຫລັກ 32 ນະຄອນຫລວງວຽງຈັນ, ມີທ່ານ ດຣ ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ ເປັນປະທານ, ມີບັນດາຂະແໜງການ, ອົງການຈັດຕັ້ງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳສິນຄ້າອາຫານ,ຢາ ແລະ ຜະລິດຕະພັນການແພດທີ່ຕ້ອງຫ້າມ ທີ່ນຳມາທຳລາຍໃນຄັ້ງນີ້, ລວມມີ 212 ລາຍການ, ໃນນັ້ນ ປະເພດຢາ 58 ລາຍການ, ອາຫານ 4 ລາຍການ, ອາຫານເສີມ 17 ລາຍ ການ, ອຸປະກອນການແພດ 13 ລາຍການ, ເຄື່ອງສຳອາງ 111 ລາຍການ, ຢາພື້ນເມືອງ 5 ລາຍການ, ເຄມີ 4 ລາຍການດ ລວມເປັນມູນຄ່າທັງໝົດຫຼາຍກວ່າ 1ຕື້ 519 ລ້ານກວ່າກີບ.ໄດ້ປະຕິບັດມາດຕະການແກ້ໄຂຕໍ່ຜູ້ລະເມີດຄະດີ 164 ກໍລະນີ, ເປັນເງິນ 547 ລ້ານກວ່າກີບ ທີ່ໄດ້ມອບເຂົ້າງົບປະມານຂອງລັດ.

ທ່ານ ດຣ ບຸນເລື່ອນ ຜະລາດຊະໂຍທາ ໄດ້ກ່າວໃນພິທີວ່າ: ນີ້ເປັນເຫດການໜຶ່ງທີ່ສຳຄັນໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານ ຄຸ້ມຄອງຜູ້ບໍລິໂພກອາຫານ ແລະ ຢາ ຢູ່ໃນປະເທດເຮົາ ຊຶ່ງສິນຄ້າຈຳນວນນີ້ ແມ່ນໄດ້ສະສົມ ແລະ ຮີບໂຮມມາຈາກການລົງເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ ອາຫານ ແລະ ຢາ ມາແຕ່ໄລຍະປີ 2021-2025 ແລະ ເປັນສິນຄ້າ ທີ່ນຳເຂົ້າບໍ່ຖືກຕ້ອງ, ບໍ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.

ທ່ານ ດຣ ບຸນເລື່ອນ ຜະລາດຊະໂຍທາ ຍັງໄດ້ກ່າວອີກວ່າ ເພື່ອສືບຕໍ່ຮັບປະກັນໃຫ້ປະຊາຊົນສາມາດເລືອກຊື້ ແລະ ບໍລິໂພກອາຫານທີ່ປອດໄພ ຈຶ່ງໄດ້ຮຽກຮ້ອງຕໍ່ຜູ້ດຳເນີນທຸລະກິດ ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ໄດ້ວາງອອກຢ່າງເຂັ້ມງວດ ໃນການນຳເຂົ້າ-ສົ່ງອອກ, ຈຳໜ່າຍຜະລິດຕະພັນອາຫານ ແລະ ຢາ ທີ່ມີຄຸນະພາບ ແລະ ມີຈັນຍາທຳ ພ້ອມນັ້ນຍັງຝາກເຖິງພໍ່ແມ່ປະຊາຊົນທີ່ຊື້ສິນຄ້າຕ່າງໆ ຄວນສຶກສາເບິ່ງແຫຼ່ງທີ່ມາໃຫ້ລະອຽດ, ເລືອກສິນຄ້າທີ່ມີ ອຢ ແລະ ຖືກຕ້ອງ ເພື່ອຄວາມປອດໄພ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ.
ທີ່ມາ: ໜັງສືພິມລາວພັດທະນາ




