24.4 C
Vientiane
ວັນທີ 22 January, 2026

ທ່ານ ຄຳພັນ ເຜີຍຍະວົງ ລົງຊຸກຍູ້ການຜະລິດ ຢູ່ຟາມໄກ່ທັນສະໄໝ ແຂວງອຸດົມໄຊ

Must read

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ພ້ອມດ້ວຍ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງອຸດົມໄຊ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ຟາມໄກ່ທັນສະໄໝ ຂອງບໍລິສັດ ລາວພີນິກ ພັດທະນາກະສິກຳ ຢູ່ບ້ານກັດ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 18 ມັງກອນ 2026 ຜ່ານມາ. ທັງນີ້ກໍເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈ ແກ່ຜູ້ປະກອບການ ໃນການດຳເນີນທຸລະກິດການລ້ຽງໄກ່ ດ້ວຍລະບົບໂຮງເຮືອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອສະໜອງຜົນຜະລິດໃຫ້ແກ່ຕະຫລາດພາຍໃນ.ໃນໂອກາດດັ່ງກ່າວ, ທາງຄະນະນຳຂັ້ນສູງ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການດຳເນີນງານ ແລະ ແຜນການໃນຕໍ່ໜ້າ ໂດຍສະເພາະ ແຜນການຂະຫຍາຍຟາມຂອງບໍລິສັດ ເພື່ອເພີ່ມກຳລັງການຜະລິດໃຫ້ຫລາຍຂຶ້ນ.

ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ບໍລິສັດ ລາວພີນິກ ພັດທະນາກະສິກຳ ຈົ່ງເອົາໃຈໃສ່ 2 ບັນຫາສຳຄັນ ຄື: ສືບຕໍ່ເອົາໃຈໃສ່ຂະບວນການຜະລິດ ໃຫ້ໄດ້ຕາມເປົ້າໝາຍ ແລະ ຕົວເລກຄາດໝາຍ ທີ່ທາງບໍລິສັດໄດ້ກຳນົດໄວ້ ຢ່າງມີປະສິດທິພາບ ພ້ອມທັງໃຫ້ຄວາມສຳຄັນ ໃນການສ້າງຊັບພະຍາກອນມະນຸດ ໂດຍເນັ້ນໃສ່ການສ້າງບຸກຄະລາກອນຄົນລາວ ໃຫ້ມີຄວາມຮູ້ຄວາມສາມາດ, ມີທັກສະໃນການນຳໃຊ້ ແລະ ຄວບຄຸມລະບົບເຄື່ອງຈັກທີ່ທັນສະໄໝໄດ້ດ້ວຍຕົນເອງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ແຮງງານລາວ ແລະ ຮັບປະກັນຄວາມຍືນຍົງ ໃນການດຳເນີນທຸລະກິດ.

ຂ່າວ-ພາບ: ແສງອາທິດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article