24.4 C
Vientiane
ວັນທີ 22 January, 2026

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນວາງພວງມາລາ ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

Must read

ໃນຕອນເຊົ້າຂອງວັນທີ 19 ມັງກອນ 2026 ນີ້ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີວາງພວງມາລາ ຢູ່ທີ່ອານຸສາວະລີ ນັກຮົບນິລະນາມ ໃນກົມກອງຂອງຕົນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊີ່ງປະກອບມີ 3 ຄະນະດ້ວຍກັນຄື: ຄະນະມີ 1 ແມ່ນຄະນະກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນເຊິ່ງນໍາໂດຍ ທ່ານ ປະລິນຍາເອກ ອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງ, ຄະນະກໍາມະການ ປກຊ-ປກສ ສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ,ຄະນະມີ 2 ຄະນະພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນ ອົງການ 5 ຫ້ອງແລະພະແນກການຂຶ້ນກັບ, ຄະນະທີ 3 ຄະນະພັກ-ຄະນະບັນຊາກົມກອງຂຶ້ນກັບເຂົ້າຮ່ວມ.

ທັງນີ້ເພື່ອເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີ ຂອງພະນັກງານ-ນັກຮົບ ທີ່ເສຍສະຫຼະຊີວິດ,ເລືອດເນື້ອເພື່ອການປະຕິວັດຊາດ ແລະ ຄວາມຜາສຸກຂອງປະຊາຊົນ ໃນການຕໍ່ສູ້ກູ້ຊາດ, ຍອມເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາປະເທດຊາດ ຢ່າງເດັດດ່ຽວ ແລະ ອົງອາດກ້າຫານ ໃນການຕໍ່ສູ້ຕີສັດຕູໃນເມື່ອກ່ອນ ຈົນສາມາດຍາດໄດ້ໄຊຊະນະ ມາສູ່ປະເທດຊາດເຮົາຈົນເຖິງປະຈຸບັນ ຍ້ອນມີພວກເພີ່ນໃນວັນນັ້ນ ຈຶ່ງມີພວກເຮົາເຖິງວັນນີ້ ສະນັ້ນພະນັກງງານ-ນັກຮົບລຸ້ນສືບທອດຈົ່ງນຳເອົາຜົນງານຄວາມເສຍສະຫຼະ,ຄວາມເກັ່ງກ້າອາດຫານມີມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າເພື່ອນຳມາ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ພ້ອມເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂດຍ:ສຸລິຍາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article