ບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວສົນໃຈລົງທຶນກໍ່ສ້າງຮ້ານສັບພະສິນຄ້າ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ທາງໜ້າດ່ານ (ໂຊນ1) ຂອງຂົວມິດຕະພາບລາວ-ໄທແຫ່ງທີ 5 ປາກຊັນ-ບຶງການ ແຕ່ຍັງຢູ່ໃນຂັ້ນຕອນການສຶກສາສຳຫຼວດຄວາມເປັນໄປໄດ້.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ກ່ຽວກັບ ການກໍ່ສ້າງດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ພະແນກການເງິນແຂວງບໍລິຄໍາໄຊ, ຕາງໜ້າລົງນາມໂດຍທ່ານ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານການລົງທຶນຂັ້ນແຂວງບໍລິຄຳໄຊ ແລະ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ.

ໂຄງການກໍ່ສ້າງຮ້ານສັບພະສິນຄ້າ ແລະ ສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ນີ້ມີໄລຍະການສຶກສາສຳຫຼວດ 12 ເດືອນນັບແຕ່ມື້ລົງນາມ ເປັນຕົ້ນໄປ.
ແຫຼ່ງຂໍ້ມູນຂ່າວ-ພາບ: ສາຍສະໝອນ




