24.4 C
Vientiane
ວັນທີ 22 January, 2026

3 ເຫດຜົນທີ່ທ່ານຄວນຮູ້ກ່ຽວກັບການກວດສຸຂະພາບປະຈຳປີ ຮູ້ໄວ ຫຼຸດຄວາມສ່ຽງພະຍາດຮ້າຍແຮງ

Must read

ການກວດສຸຂະພາບປະຈຳປີແມ່ນການກວດເຊັກຮ່າງກາຍ ການເຮັດວຽກຂອງລະບົບອະໄວຍະວະຕ່າງໆ ເພື່ອປະເມີນຄວາມສ່ຽງ ແລະ ຄວາມຜິດປົກກະຕິທີ່ອາດຈະນຳໄປສູ່ພະຍາດຮ້າຍແຮງໃນອະນາຄົດໄດ້ ເຊັ່ນ: ກວດຫາຄວາມສົມບູນຂອງເມັດເລືອດ, ກວດລະດັບນ້ຳຕານໃນເລືອດ, ກວດລະດັບໄຂມັນໂຄເລັສເຕີໂຣນໃນເລືອດ, ກວດລະດັບໄຂມັນໄຕກລີເຊີໄຣ, ກວດການເຮັດວຽກຂອງໝາກໄຂ່ຫຼັງ, ກວດການເຮັດວຽກຂອງຕັບ ເປັນຕົ້ນ

ທັງນີ້ບາງພະຍາດອາດຈະບໍ່ສະແດງອາການຊັດເຈນ ຫຼື ເຫັນໄດ້ດ້ວຍຕາເປົ່າ ດັ່ງນັ້ນການກວດສຸຂະພາບປະຈຳປີຢ່າງສະໝ່ຳສະເໝີຈຶ່ງມີຄວາມສຳຄັນຫຼາຍ ໃນການຄັດກອງຄວາມສ່ຽງພະຍາດ ຫຼື ກວດພົບພະຍາດໃນໄລຍະເລີ່ມຕົ້ນ ເຊິ່ງຈະຊ່ວຍໃຫ້ທ່ານສາມາດວາງແຜນປ້ອງກັນ ແລະ ປິ່ນປົວໄດ້ຢ່າງມີປະສິດທິພາບ.

3 ເຫດຜົນທີ່ຕ້ອງກວດສຸຂະພາບປະຈຳປີ:

1. ສະພາວະສິ່ງແວດລ້ອມ ແລະ ມົນລະພິດທີ່ເພີ່ມຂຶ້ນ: ວິກິດການຝຸ່ນລະອອງ PM 2.5 ທີ່ເກີດຂຶ້ນໃນຊ່ວງຫຼາຍປີທີ່ຜ່ານມາໄດ້ສ້າງຄວາມກັງວົນ ແລະ ຜົນກະທົບຕໍ່ສຸຂະພາບຢ່າງຫຼວງຫຼາຍ ແລະ ຍັງເພີ່ມຄວາມສ່ຽງຂອງພະຍາດລະບົບທາງເດີນຫາຍໃຈ, ພະຍາດທາງລະບົບຜິວໜັງ ເປັນຕົ້ນ.

ບໍ່ພຽງແຕ່ຝຸ່ນ PM 2.5 ເທົ່ານັ້ນ ພວກເຮົາຍັງຕ້ອງປະເຊີນກັບຄວັນຈາກການໃຊ້ລົດໃຫຍ່ ແລະ ການເຜົາຢ່າງຕໍ່ເນື່ອງ ລວມທັງສານພິດທີ່ອາດປົນເປື້ອນມາກັບນ້ຳອາຫານ, ອຸດສາຫະກຳອື່ນໆ. ການກວດສຸຂະພາບປະຈຳປີຈຶ່ງເປັນອີກໜຶ່ງທາງເລືອກທີ່ສາມາດຊ່ວຍສືບຄົ້ນຫາຄວາມຜິດປົກກະຕິໃນຮ່າງກາຍໄດ້ຢ່າງລະອຽດກ່ອນທີ່ຈະເກີດພະຍາດ ຫຼື ສະແດງອາການ ເພື່ອການປິ່ນປົວໄດ້ທັນເວລາ.

2. ພຶດຕິກຳການດຳລົງຊີວິດທີ່ຮີບຮ້ອນ: ສາເຫດຫຼັກຂອງບັນຫາສຸຂະພາບມັກມາຈາກພຶດຕິກຳການດຳເນີນຊີວິດຂອງຄົນທີ່ປ່ຽນແປງໄປ ເຊັ່ນ: ການກິນອາຫານລົດຫວານ ມັນ ເຄັມຈັດ, ການກິນອາຫານສຸກໆດິບໆ, ການກິນຜັກ ແລະ ໝາກໄມ້ໜ້ອຍລົງ, ແລະ ຂາດການອອກກຳລັງກາຍທີ່ສະໝ່ຳສະເໝີ.

ນອກຈາກນີ້ຍັງມີພາວະຄວາມຄຽດສະສົມ, ພຶດຕິກຳການສູບຢາ ແລະ ດື່ມເຄື່ອງດື່ມທີ່ມີແອນກໍຮໍ ເປັນຕົ້ນ. ການມີພຶດຕິກຳສຸຂະພາບທີ່ບໍ່ຖືກຕ້ອງດັ່ງກ່າວນີ້ ມັກສົ່ງຜົນໃຫ້ຫຼາຍຄົນເຈັບປ່ວຍ ແລະ ເສຍຊີວິດກ່ອນໄວອັນຄວນ. ດັ່ງນັ້ນການກວດສຸຂະພາບປະຈຳປີຈະຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດຮ້າຍແຮງ ເຊິ່ງອາດມີຄ່າໃຊ້ຈ່າຍໃນການປິ່ນປົວສູງ ແລະ ຍັງໃຊ້ເວລານານອີກດ້ວຍ.

3. ພັນທຸກຳສ່ຽງ: ຫຼາຍຄັ້ງທີ່ພວກເຮົາມັກຄິດວ່າຮ່າງກາຍຂອງພວກເຮົາແຂງແຮງດີ ບໍ່ມີພະຍາດ ຫຼື ອາການຜິດປົກກະຕິທີ່ສະແດງໃຫ້ເຫັນ. ພະຍາດທາງພັນທຸກຳ (Genetic Disorders) ແມ່ນພະຍາດທີ່ເກີດຈາກຄວາມຜິດປົກກະຕິໃນພັນທຸກຳ ຫຼື ເກີດຂຶ້ນໃນໂຄຣໂມໂຊມ ເຊິ່ງສາມາດຖ່າຍທອດພາຍໃນຄອບຄົວຈາກຮຸ່ນສູ່ຮຸ່ນໄດ້ ເຊັ່ນ: ພະຍາດມະເຮັງ, ເບົາຫວານ, ພະຍາດຫົວໃຈ, ພະຍາດອັນໄຊເມີ ເປັນຕົ້ນ. ການກວດສຸຂະພາບຢ່າງສະໝ່ຳສະເໝີຈຶ່ງເປັນອີກທາງເລືອກໃນການດູແລສຸຂະພາບ ປ້ອງກັນການເກີດພະຍາດ ແລະ ເຂົ້າເຖິງການປິ່ນປົວໄດ້ໃນໄລຍະເລີ່ມຕົ້ນ.

ການກວດສຸຂະພາບປະຈຳປີສາມາດເຮັດໄດ້ທຸກເພດ ທຸກໄວ ເພື່ອປະເມີນຄວາມສ່ຽງ ແລະ ປ້ອງກັນໂອກາດໃນການເກີດພະຍາດຮ້າຍແຮງ ເຊິ່ງໃນແຕ່ລະຊ່ວງອາຍຸຈະມີການກວດທີ່ແຕກຕ່າງກັນໄປ ເຊັ່ນ: ແມ່ຍິງທີ່ມີອາຍຸ 30 ປີຂຶ້ນໄປ ຄວນກວດມະເຮັງປາກມົດລູກ, ແລະ ເມື່ອອາຍຸເຖິງ 40 ປີຂຶ້ນໄປຕ້ອງເຂົ້າຮັບການກວດມະເຮັງເຕົ້ານົມຢ່າງໜ້ອຍປີລະ 1 ຄັ້ງ, ແລະ ສຳລັບຜູ້ຊາຍ ແລະ ຜູ້ຍິງທີ່ມີອາຍຸເກີນ 45 ປີ ຄວນສ່ອງກ້ອງລຳໄສ້ໃຫຍ່ທຸກໆ 5 ປີ ເປັນຕົ້ນ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article