
ຄວາມກົດດັນສູງຂອງອາກາດເຢັນ ຍັງຈະສືບຕໍ່ປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ແລະ ຍັງຈະມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ອາກາດຮ້ອນໃນໄລຍະຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 09–26 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 11–32 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 19–33 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໃນໄລຍະຕອນບ່າຍອາກາດຈະຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 16–33 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 09–30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໃນໄລຍະຕອນບ່າຍອາກາດຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 17–35 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມໃນລະຫວ່າງ 10–27 ອົງສາ.




