16 C
Vientiane
ວັນທີ 1 December, 2025

ບໍລິສັດ ສວນວັດທະນະທຳຊຽງຄວນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

Must read

ເມື່ອບໍ່ດົນມານີ້, ບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ໃຫ້ກຽດມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະ ກຳ ແລະ ການຄ້າ ຕາງໜ້າຮັບໂດຍ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນວັດທະ ນະທຳຊຽງຄວນ ຈຳກັດ ຜູ້ດຽວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ, ມີຜູ້ຕາງໜ້າຈາກພາກລັດ, ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2025. ໄລຍຜ່ານມາ ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ພັດທະນາ ແລະ ປັບປຸງການບໍລິການໃຫ້ມີຄຸນນພາບ ເພື່ອຕອບສະໜອງການບໍລິການ ແລະ ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ຍັງໄດ້ພັດທະນາຂະແໜງການທ່ອງທ່ຽວ, ການບໍລິການ ໂດຍໄດ້ມີໂຮງແຮມ ໃຫ້ບໍລິ ການເຊື່ອມຈອດກັບການທ່ອງທ່ຽວ ແລະ ໄດ້ປະກອບສ່ວນຊ່ວຍເຫລືອສັງຄົມໃນຫລາຍດ້ານ.

ສວນວັດທະນະທຳຊຽງຄວນ ໄດ້ຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທຳອິດ ຂອງນະຄອນຫລວງວຽງຈັນ, ໄດ້ຖືກບັນທຶກເຂົ້າໃນແຜນການທ່ອງທ່ຽວ(Package tour) ຂອງນັກທ່ອງທ່ຽວທົ່ວໂລກ ຂອງນະຄອນຫລວງວຽງຈັນ ຊຶ່ງຖືວ່າໄດ້ຮັບການຕອບຮັບຈາກນັກທ່ອງທ່ຽວທົ່ວໂລກ ໂດຍສະເພາະ ນັກທ່ອງທ່ຽວ ສປ ຈີນ, ສ ເກົາຫລີ, ສສ ຫວຽດນາມ ແລະ ຝຣັ່ງ ນັບມື້ມີນັກທ່ອງທ່ຽວໄດ້ເດີນທາງມາຢ້ຽມຊົມ ປະມານ 1.500 ຄົນຕໍ່ມື້.

ຂ່າວ: ກິດຕາ

ພາບ: ເກດສະໜາ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article