16 C
Vientiane
ວັນທີ 1 December, 2025

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືລັດຖະມົນຕີ ອີຢູ ແລະ ອິນໂດ-ປາຊີຟິກ ຄັ້ງທີ 4

Must read

ຂປລ. ໃນວັນທີ 20 ພະຈິກ 2025 ຜ່ານມາ, ຄະນະຜູ້ແທນລາວ ນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມອາຫານທ່ຽງແບບເຮັດວຽກ ລະຫວ່າງ ລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ອີຢູ ໂດຍການເປັນເຈົ້າພາບຂອງ ທ່ານ ນາງ Kaja Kallas ຮອງປະທານກໍາມາທິການ, ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະ ເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ຊຶ່ງບັນດາລັດຖະມົນຕີອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນ ເພື່ອຮັດແໜ້ນການພົວພັນຮ່ວມມື ອາຊຽນ-ອີຢູ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ລວມທັງການກະກຽມຄວາມພ້ອມ ໃຫ້ແກ່ການສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວ ພັນ ອາຊຽນ-ອີຢູ ໃນປີ 2027.

ໃນວັນທີ 21 ພະຈິກ 2025 ຜ່ານມາ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສືບ ຕໍ່ນໍາພາຄະນະເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລັດຖະມົນຕີ ອີຢູ ອິນໂດ-ປາຊີຟິກ (EU Indo-Pacific Ministerial Forum) ຄັ້ງທີ 4 ໂດຍການເປັນປະທານຂອງ ທ່ານ ນາງ Kaja Kallas ຮອງປະທານກໍາມາທິການ, ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ, ມີລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າ 64 ປະເທດ ຈາກອາຊຽນ, ອິນໂດ-ປາຊີຟິກ ແລະ ອີຢູ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລືຫລາຍຫົວຂໍ້ປິ່ນອ້ອມ ເປັນຕົ້ນ ບຸລິມະສິດດ້ານຄວາມໝັ້ນຄົງ ທ່າມກາງການປ່ຽນແປງຂອງພູມສາດການເມືອງໃນປັດຈຸບັນ, ຄວາມສົມບູນພູນສຸກຮ່ວມກັນ, ຄວາມໝັ້ນຄົງດ້ານເສດຖະກິດ ແລະ ການເຊື່ອມຈອດດ້ານດີຈິຕອນ, ຄວາມໝາຍໝັ້ນຮ່ວມກັນເພື່ອອະນາຄົດທີ່ສະອາດ ແລະ ຍືນຍົງ ເພື່ອເພີ່ມທະວີການຮ່ວມມື ໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ. ໃນນັ້ນ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ກ່າວຄໍາເຫັນໃນຫົວຂໍ້ “ຄວາມໝາຍໝັ້ນຮ່ວມກັນ ເພື່ອອະນາຄົດທີ່ສະອາດ ແລະ ຍືນຍົງ” ໂດຍເນັ້ນໜັກບາງຈຸດຄື: ການເພີ່ມທະວີການຮ່ວມມືເພື່ອການຫັນປ່ຽນສີຂຽວແບບຍືນຍົງ, ການຫລຸດຜ່ອນການປ່ອຍກາກບອນ ແລະ ການເພີ່ມທະວີຄວາມເຂັ້ມແຂງ ເພື່ອຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ໂດຍສອດຄ່ອງກັບເປົ້າໝາຍ ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງອົງການສະຫະປະຊາຊາດ.

ກອງປະຊຸມ ປຶກສາຫາລື ລັດຖະມົນຕີ ອີຢູ ອິນໂດ-ປາຊີຟິກ ເປັນເວທີປຶກສາຫາລືລະດັບສູງ ທີ່ມີຄວາມສໍາຄັນ ແລະ ໄດ້ຈັດຂຶ້ນທຸກປີ ນັບແຕ່ປີ 2022 ເປັນຕົ້ນມາ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article