
ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການກໍ່ສ້າງຫ້າງຊັບພະສິນຄ້າ ແລະ ສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ທາງໜ້າດ່ານ (ໂຊນ1) ຂົວມິດຕະພາບ 5 ປາກຊັນ-ບຶງການ ລະຫວ່າງອຳນາດການປົກຄອງແຂວງບໍລິຄຳໄຊ ແລະ ບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2026 ທີ່ພະແນກການເງິນແຂວງ ຕາງໜ້າລົງນາມໂດຍທ່ານ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານການລົງທຶນຂັ້ນແຂວງບໍລິຄຳໄຊ ແລະ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ, ມີ ທ່ານ ບຸນລຽ້ງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງ ແຂວງບໍລິຄຳໄຊ, ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊົນແຂວງ ພ້ອມດ້ວຍພະແນກການ ທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງຫ້າງຊັບພະສິນຄ້າ ແລະ ສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ທາງໜ້າດ່ານ(ໂຊນ1) ຂົວມິດຕະພາບ 5 ປາກຊັນ-ບຶງການ ມີໄລຍະການສຶກສາສຳຫລວດ 12 ເດືອນນັບແຕ່ມື້ລົງນາມ ເປັນຕົ້ນໄປ, ຊຶ່ງໂຄງການດັ່ງກ່າວ ປະກອບມີຫລາຍໜ້າວຽກທີ່ກ່ຽວພັນ ທັງນີ້ກໍເພື່ອສ້າງສິ່ງເອື້ອອຳນວຍຄວາມສະດວກ ໃຫ້ຜູ້ປະກອບການ ແລະ ຜູ້ໃຫ້ບໍລິການ ພ້ອມທັງຍັງເປັນການເປີດກວ້າງໃຫ້ຜູ້ປະກອບການທຸລະກິດທີ່ສົນໃຈ ເຂົ້າຮ່ວມພັດທະນາໂຄງການໄປພ້ອມໆກັນ.
ຂ່າວ-ພາບ: ສາຍສະໝອນ




