
ຂປລ. ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບວຽກງານຄຸ້ມຄອງ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ (ລບຕ) ຢູ່ແຂວງຊຽງຂວາງ ປະຈຳປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ ຈັດຂຶ້ນໃນວັນທີ 15 ມັງກອນ 2026 ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດ ແຂວງຊຽງຂວາງ, ມີການນຳມາຈາກສູນກາງ, ພະແນກກການທີ່ກ່ຽວຂ້ອງ ແລະ ການນຳທັງ 7 ເມືອງຂອງແຂວງເຂົ້າຮ່ວມ.

ທ່ານ ນາງ ແກ້ວປະເສີດ ສີນວນທອງ ຫົວໜ້າຂະແໜງຮ່ວມມືສາກົນ ໄດ້ສະຫລຸບວຽກງານອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຂັ້ນແຂວງ ປະຈຳປີ 2025 ແລະ ທິດທາງແຜນການປີ 2026, ບົດສະຫລຸບວຽກງານແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງປີ 2025 ແລະ ທິດທາງປີ 2026 ຊຶ່ງໄດ້ຍົກໃຫ້ເຫັນວ່າ ປີ 2024-2025 ມີ 15ອົງການ 19 ໂຄງການ ມູນຄ່າຈຳນວນ 31.378.112 ໂດລາສະຫະລັດ (ງົບປະມານບາງໂຄງການກວມເອົາຫລາຍແຂວງ). ອົງການຈັດຕັັ້ງສັງຄົມມີ 1 ສະມາຄົມ (ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ), 1 ໂຄງການມີມູນຄ່າ 30.000 ໂດລາສະຫະລັດ. ປັດຈຸບັນ ອົງການຈັດຕັັ້ງສາກົນ ທີີ່ບໍ່ສັງກັດລັດຖະບານ ມີ 15 ອົງການ, 21 ໂຄງການມູນຄ່າ 36.023.107 ໂດລາສະຫະລັດ, ອົງການຈັດຕັັ້ງສັງຄົມ ມີ 1 ສະມາຄົມ, 1 ໂຄງການມູນຄ່າ 39.999 ໂດລາສະຫະລັດ ພະນັກງານທ້ອງຖິິ່ນຄົນລາວທີີ່ເຮັດວຽກນຳໂຄງການມີ 975 ຄົນ, ມີຊ່ຽວຊານຕ່າງປະເທດ 5 ຄົນ ຍິງ 2 ຄົນ, ບັນດາອົງການດັ່ງກ່າວແມ່ນຈັດຕັັ້ງປະຕິບັດໂຄງການ ຢູ່ຫລາຍຂະແໜງການຄື: ສາທາລະນະສຸກ, ສຶກສາ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ (ວຽກງານສີມືແຮງງານ, ເກັບກູ້ລະເບີດ, ຄົນພິການ, ໄພພິບັດ ແລະ ວຽກງານສຸກເສີນ) ແລະ ຂະແໜງການອື່ນໆ. ປະກອບມີພະນັກງານ ແລະ ຊ່ຽວຊານຕ່າງປະເທດ ທີີ່ມີບົດຮຽນໃນວຽກງານການພັດທະນາ ກໍຄືການເຮັດວຽກກັບຊຸມຊົນໂດຍກົງ, ມີວິທີການຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມ, ມີປະສົບການໃນການພັດທະນາຊຸມຊົນແບບຍືນຍົງ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ແກ່ຊຸມຊົນ ແລະ ອື່ນໆ ຊຶ່ງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ໂຄງການເກັບກູ້ລະເບີດແຫ່ງຊາດລາວ ປະຈຳແຂວງຊຽງຂວາງ ມີພະນັກງານ 201 ຄົນ ຍິງ 56 ຄົນ ຊ່ຽວຊານລາວ 2 ຄົນ ຍິງ 1 ທ່ານ, ຊ່ວຍວິຊາການຊ່ຽວຊານ 1 ຍິງ 1 ຄົນ, ປະກອບດ້ວຍ 18 ທີມ, ການຈັດຕັໍ້ງປະຕິບັດວຽກງານຢູ່ 4 ເມືອງຄື: ເມືອງຄຳ, ເມືອງແປກ, ເມືອງພູກູດ ແລະ ເມືອງໝອກແຮດ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກປະເທດນິວຊີແລນ 3.182.270 ໂດລາສະຫະລັດ, ປະຕິບັດໄດ້ 30ບ້ານ ທຳລາຍລະເບີດໄດ້ 3.139 ໜ່ວຍ ໃນນັໍ້ນ, 690 ໜ່ວຍແມ່ນລະເບີດລູກຫວ່ານ, ກວດກູ້ໄດ້ 660 ເຮັກຕາ, ຈັດຕັໍ້ງປະຕິບັດໄດ້ 686 ເຮັກຕາ ທຽບກັບແຜນປີປະຕິບັດໄດ້ 104%, ອົງການເກັບກູ້ລະເບີດແຫ່ງຊາດລາວ ໄດ້ຮັບທຶນສະໜັບສະໜູນຈາກ ສະຫະລັດອາເມລິກາ ໂດຍນຳໃຊ້ງົບປະມານ 6.299.536ໂດລາສະຫະລັດ, ມີພະນັກງານ 910 ຄົນ ຍິງ 377 ຄົນ, ຊ່ຽວຊານຕ່າງປະເທດ 3 ຄົນ, ຊ່ຽວຊານລາວ 1 ຄົນ ຍິງ 1 ຄົນ, ປະກອບດ້ວຍ 79 ທີມ, ການຈັດຕັໍ້ງປະຕິບັດກິດຈະກຳຢູ່ 7 ເມືອງ ຈຳນວນ 48 ບ້ານ ທຳລາຍລະເບີດໄດ້ 2.072 ໜ່ວຍ.

ໂອກາດນີ້, ທ່ານ ນາງ ຄຳພັດ ວັນລາສີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງພັກ-ລັດ ແລະ ປະຊາຊົນຈາກປະເທດຕ່າງໆ ທີ່ໃຫ້ການຊ່ວຍເຫລືອ ພ້ອມທັງເນັ້ນໃຫ້ເພີີ່ມທະວີການປະສານງານລະຫວ່າງ ສູນກາງ-ທ້ອງຖິິ່ນ ແລະ ອົງການຈັດຕັັ້ງສາກົນ ຊຸກຍູ້ໃຫ້ທຸກພາກສ່ວນປະຕິບັດກົນໄກການປະສານງານ ສົ່ງບົດລາຍງານການຈັດຕັັ້ງປະຕິບັດ ແລະ ແຜນການລົງເຄື່ອນໄຫວ ໃຫ້ກອງເລຂາຢ່າງເປັນລະບົບ ແລະ ທັນເວລາ, ຄະນະຮັບຜິດຊອບ ແລະ ພະນັກງານປະສານງານ ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດ, ບັນດານິຕິກຳຄຸ້ມຄອງ ແລະ ເນື້ອໃນ MOU ຢ່າງເລິກເຊິິ່ງ, ຄັດເລືອກ ແລະ ບຳລຸງສ້າງບຸກຄະລາກອນ ທີີ່ມີເງື່ອນໄຂເໝາະສົມ ແລະ ການຕິດຕາມກວດກາຊ່ຽວຊານຕ່າງປະເທດ, ຮັບປະກັນໃຫ້ການຈັດຕັັ້ງປະຕິບັດ ກິດຈະກຳສອດຄ່ອງກັບ MOU ແລະ ສະພາບຕົວຈິງ. ພ້ອມນີ້, ໂຄງການທີີ່ໃກ້ສິ້ນສຸດ ຕ້ອງມີການປະເມີນຜົນກ່ອນການຕົກລົງຕາມໄລຍະ, ສ່ວນໂຄງການທີີ່ມີງົບປະມານເຫລືອຍ້ອນເຫດຜົນທີີ່ຈຳເປັນ ຕ້ອງສະເໜີ, ກຳນົດເຂດພື້ນທີີ່ ແລະ ບ້ານເປົ້າໝາຍໃຫ້ຊັດເຈນ ບົນພື້ນຖານການປຶກສາຫາລືຮ່ວມກັນ ລະຫວ່າງພາກລັດ ແລະ ໂຄງການ, ສືບຕໍ່ກວດກູ້ ແລະ ທຳລາຍລະເບີດ ໂຄສະນາຜົນຮ້າຍຂອງ ລະເບີດບໍ່ທັນແຕກ ຕາມແຜນການທີ່ວາງໄວ້ ແລະ ພົວພັນລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ເປັນປົກກະຕິ.

ຂ່າວ: ບຸນມີ ແສງທຸມມີ




