ໃນວັນທີ 14 ມັງກອນ 2026 ຢູ່ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ(EGAT) ໄດ້ມີພິທີລົງນາມຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ(EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB)ປະເທດມາເລເຊຍພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP. ຈຸດປະສົງເພື່ອເຊື່ອມລະບົບໄຟຟ້າ 100 ເມກາວັດ (MW) ຈາກ ສປປ ລາວ ໄປຫາ ປະເທດສິງກະໂປ, ໂດຍຜ່ານສາຍສົ່ງທີ່ມີຢູ່ຂອງ ປະເທດໄທ ແລະ ປະເທດມາເລເຊຍ ໄລຍະທີ 2 ມີອາຍຸສັນຍາ 2 ປີ ຈະເປັນການຮ່ວມມືດ້ານພະລັງງານໄຟຟ້າຂອງບັນດາປະເທດອາຊຽນ ບົນພື້ນຖານວິໄສທັດການເຊື່ອມໂຍງຕາຂ່າຍໄຟຟ້າອາຊຽນ (ASEAN Power Grid ຫຼື APG) ໂດຍການລົງນາມຂອງ ທ່ານ ສຸກສະຫວາດ ໂສສຸພັນ ຮອງຜູ້ນຳອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ດຣ. ນະຣິນ ເຜົ່າວະນິດ ຜູ້ວ່າການ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ທ່ານ Hasmarizal Hassan ຫົວໜ້າເຈົ້າໜ້າທີ່ລະບົບສາຍສົ່ງ (Chief Grid Officer) ມາເລເຊຍ.

ໃນພິທີໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ດຣ. ປະເສີດ ສິນສຸກປະເສີດ ປະລັດກະຊວງພະລັງງານ ແຫ່ງປະເທດໄທ, ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າກົມນະໂຍບາຍ ແຜນພັດທະນາ ແລະ ປະເມີນຜົນ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປລາວ ແລະ ທ່ານ ນາງ Mareena binti Mahpudz ຮອງເລຂາທິການ (ດ້ານພະລັງງານ) ຂອງ ກະຊວງການຫັນປ່ຽນພະລັງງານ ແລະ ການຄຸ້ມຄອງນ້ຳ ແຫ່ງປະເທດມາເລເຊຍ.

ຂ່າວ+ພາບ:ລັດວິສາຫະກິດໄຟຟ້າລາວ




