24.4 C
Vientiane
ວັນທີ 22 January, 2026

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

Must read

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.

ທ່ານ ນາງ ສຸນັດຕາ ລິດປັນຍາ ປະທານບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ໄດ້ໃຫ້ສຳພາດ ໃນວັນທີ 12 ມັງກອນ ຜ່ານມາວ່າ: ຮູ້ສຶກດີໃຈ, ພາກພູມໃຈ ທີ່ໄດ້ມີໂອກາດນໍາເອົາ #ກາເຟພູເບ້ຍ, #ຊາພູເບ້ຍ ແລະ #ນໍ້າເຜິ້ງພູເບ້ຍ ມາວາງຈຳໜ່າຍໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ຫໍປະຊຸດແຫ່ງຊາດໃນຄັ້ງນີ້ ໂດຍໄດ້ໃຫ້ບໍລິການກາເຟຮ້ອນ, ກາເຟເຢັນ, ຊາຂຽວ ແລະ ເຄື່ອງດື່ມອື່ນໆ ຊຶ່ງຈຸດພິເສດຂອງກາເຟພູເບ້ຍລາວ ເປັນກາເຟທໍາມະຊາດ ຂອງຄົນລາວ ປູກຢູ່ ພາກເໜືອຂອງ ສປປ ລາວ ໂດຍມີຄຳຂວັນ ທີ່ວ່າ: ກາເຟພູເບ້ຍລາວຫອມຫວນ ຊວນສົດຊື່ນ ດີຕໍ່ສຸຂະພາບ. ປັດຈຸບັນ, ມີ 2 ສາຂາ ຄື: ສາຂາ 1 ຢູ່ໂຮງໝໍແມ່ ແລະ ເດັກ (ຕຶກນອນພິເສດ) ແລະ ສາຂາ 2 ຢູ່ເດີນຈອດລົດ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ. #ກາເຟພູເບັ້ຍ ແມ່ນກາເຟອາຣາບິກາ ແທ້ 100% ທີ່ຄັດສັນມາສະເພາະແຕ່ເມັດທີ່ມີຄຸນນະພາບ, ປູກໃນເຂດພູສູງເກີນລະດັບນໍ້າທະເລ 1,200-1,500 ແມັດ ເປັນພູທີ່ສູງສຸດຂອງປະທດລາວ ຊຶ່ງນັກດື່ມກາເຟຫຼາຍຄົນຕ່າງກໍເວົ້າວ່າ ກາເຟດັ່ງກ່າວມີກິ່ນຫອມ, ລົດຊາດແຊບແບບເປັນເອກະລັກ, ດີຕໍ່ສຸຂະພາບ, ເປັນກາເຟລາວທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ. ທ່ານ ນາງ ສຸນັດຕາ ລິດປັນຍາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ກາເຟພູເບ້ຍລາວ ໄດ້ປະ ກອບສ່ວນສະໜັບສະໜູນກອງປະຊຸມສຳຄັນຕ່າງໆຂອງພັກ, ຂອງຊາດເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້

ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມອົງຄະນະພັກນະຄອນຫຼວງ. ນອກຈາກນີ້, ຍັງໄດ້ແຈກເຄື່ອງດື່ມ ໃນໂອກາດສະຫຼອງວັນຊາດ ຄົບຮອບ 50 ປີ, ກອງປະຊຸມຍອດອາຊຽນຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໂດຍບໍ່ເສຍຄ່າ.

(ຂ່າວ-ພາບ: ສຳນານ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article