
ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະ ພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 9 ມັງກອນ 1966-9 ມັງກອນ 2026 ) ໄດ້ຈັດຂຶ້ນໃນວັນ ທີ 15 ມັງກອນ 2026, ເຂົ້າຮ່ວມໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ, ພັອ ນາງ ຄຳຢາດ ວິໄລວັນ ຫົວໜ້າຫ້ອງສະຫະພັນແມ່ຍິງ, ມີ ພັນລະຍາການນໍາ, ພະນັກງານອາວຸ ໂສບໍານານ, ຄະນະປະທານ-ຮອງປະທານ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປກສ, ສະຫະພັນແມ່ຍິງ ປກສ ນະຄອນຫຼວງວຽງຈັນ,ພ້ອມດ້ວຍຄະນະສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍແມ່ຍິງ ຕະຫຼອດຮອດສະ ມາຊິກແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ, ພົຈວ ປອ ຫຸມພັນ ຜິວເຂັມພອນ ໄດ້ຍົກໃຫ້ເຫັນມູນເຊື້ອແມ່ຍິງກໍາລັງປ້ອງກັນຄວາມສະຫງົບ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງກຳລັງປ້ອງ ກັນຄວາມສະຫງົບ ໃນແຕ່ລະໄລຍະ ເຊິ່ງແບ່ງອອກເປັນສອງໄລຍະ ຄື: ໄລຍະແຕ່ປີ 1966-1975 ແລະ ໄລຍະແຕ່ປີ 1975-ປັດຈຸບັນ. ນັບແຕ່ວັນທີ 9 ມັງກອນ 1966 ສະ ມາຄົມແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ທີ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ(ໃນ ປັດຈຸບັນ) ເຊິ່ງໃນເບື້ອງຕົ້ນເອີ້ນ ວ່າ: “ ຈຸແມ່ຍິງຫ້ອງການສັນຕິລາດສູນກາງ” ຂຶ້ນກັບໜ່ວຍແມ່ຍິງຫ້ອງ ການແນວລາວຮັກຊາດ. ທັງນີ້ ກໍເພື່ອເປັນການທົບທວນຫວນຄືນປະຫວັດການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງສະຫະ ພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ທຸ້ມເທເຫື່ອແຮງສະຕິປັນຍາ, ຄຽງບ່າຄຽງໄຫຼ່ກັບເພດຊາຍ ເຂົ້າໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ເຂົ້າຮ່ວມພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນເຮັດໃຫ້ສະມາຊິກ ແມ່ຍິງໄດ້ຮັບຮູ້ ແລະ ກຳແໜ້ນ ເພື່ອຍົກສູງສະ ຕິໃນການປະຕິບັດລະບຽບວິໃນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມງວດແນໃສ່ຕ້ານ ແລະສະກັດກັ້ນປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນກັບສະມາຊິກ ແມ່ຍິງໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.ຍ້ອນເຫັນໄດ້ຜົນງານທີ່ຜ່ານມານັ້ນຄະນະ ພັກ-ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບການຍ້ອງຍໍ ສັນລະເສີນຈາກການຈັດຕັ້ງຕ່າງໆ ເຊັ່ນ: ຫຼຽນກຽດຕິຍົດຈາກອົງການອະນາໄມໂລກ ຈຳນວນ 1 ໜ່ວຍ; ຫຼຽນໄຊ ອິດສະຫຼະຊັ້ນ II ຈຳ ນວນ 1 ໜ່ວຍ; ຫຼຽນໄຊອິດສະຫຼະຊັ້ນ III ຈານວນ 2 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 1 ໜ່ວຍ; ຫຼຽນ ໄຊແຮງງານ ຊັ້ນ III ຈຳນວນ 1 ໜ່ວຍ; ຫຼຽນກາແຮງງານ 1 ໜ່ວຍ; ຫຼຽນກາ 50 ປີ ຂອງສູນກາງສະຫະພັນແມ່ຍິງລາວ 1 ໜ່ວຍ ແລະ ຫຼຽນກາ 50 ປີ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ 1 ໜ່ວຍ; ໃບຍ້ອງຍໍລັດຖະບານ, ສູນ ກາງສະຫະພັນແມ່ຍິງລາວ, ກະຊວງປ້ອງກັນຄວາມສະ ຫງົບ ແລະ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈຳນວນຫຼາຍໃບ.

ຈາກນັ້ນ,ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງ ສິລະປະ-ວັນນະຄະດີ ຈາກກອງສິລະປະກອນ ກົມໂຄສະ ນາອົບຮົມ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງລາຍການທີ່ນຳມາສະແດງປະກອບມີທັງໜົດ 4 ລາຍການ ຄື: ຮ້ອງປະສານຟ້ອນໃຕ້ຮົ່ມທຸງສີແດງ, ບົດເພງມູນເຊື້ອແມ່ຍິງ ປກສ, ແຄນວົງ ແລະ ຮ້ອງປະສານຟ້ອນ 9 ມັງກອນ ແມ່ຍິງ ປກສ.







ພາບ-ຂ່າວ: ຄໍາໂຖ




