
ສໍານັກຂ່າວຊ່ອງ3 ຂອງໄທລາຍງານວ່າ: ຈາກກໍລະນີເຄນກໍ່ສ້າງໂຄງການລົດໄຟຄວາມໄວສູງ ຕົກທັບລົດໄຟດ່ວນພິເສດ ຂະບວນທີ 21 ເສັ້ນທາງ ກຸງເທບ ອະພິວັດ – ອຸບົນລາຊະທານີ ເຊິ່ງເຫດເກີດຢູ່ເຂດພື້ນທີ່ ອໍາເພີສີຄິ້ວ, ຈັງຫວັດນະຄອນລາຊະສີມາ ໃນຊ່ວງເຊົ້າຂອງວັນທີ 14 ມັງກອນ 2026 ທີ່ຜ່ານມາ.

ທ່ານ ອະນຸພົງ ສຸກສົມນິດ ຜູ້ວ່າລາຊະການນະຄອນລາຊະສີມາ ພ້ອມດ້ວຍ ທ່ານ ອະນັນ ໂພນິ່ມແດງ ຮັກສາການຜູ້ວ່າການລົດໄຟ ແຫ່ງປະເທດໄທ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນຖະແຫລງຂ່າວ ໂດຍໄດ້ສະຫລຸບພາບລວມຂອງເຫດການທີ່ເກີດຂຶ້ນວ່າ: ລົດໄຟຂະບວນດັ່ງກ່າວມີຜູ້ໂດຍສານເດີນທາງມາຈາກ ກຸງເທບ ທັງໝົດ 208 ຄົນ, ໃນນັ້ນ ໄດ້ລົງລະຫວ່າງທາງກ່ອນຈະຮອດຈຸດເກີດເຫດ 37 ຄົນ, ເຮັດໃຫ້ເຫລືອຜູ້ໂດຍສານຢູ່ໃນຂະບວນແທ້ 171 ຄົນ.
ຈາກເຫດການທີ່ເກີດຂຶ້ນ ສາມາດສະຫລຸບຕົວເລກຜູ້ປະສົບໄພ ຄື: ຜູ້ເສຍຊີວິດ 32 ຄົນ, ຜູ້ບາດເຈັບ: 67 ຄົນ ແລະ ຢູ່ລະຫວ່າງການຄົ້ນຫາ 3 ຄົນ, ຜູ້ທີ່ບໍ່ໄດ້ຮັບບາດເຈັບ 70 ຄົນ.






