
ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຕົກລາງ ບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ
ສຳນັກຂ່າວສົດ ຂອງໄທລາຍງານວ່າ: ວັນທີ 14 ມັງກອນ 2026 ເວລາ 09:05 ນາທີ ເກີດອຸປະຕິເຫດ ເຄນຍົກຂົວທາງລົດໄຟຄວາມໄວສູງ ລົ້ມທັບຂະບວນລົດໄຟໂດຍສານ ຢູ່ນະຄອນລາດຊະສີມາ ປະເທດໄທ ເຮັດໃຫ້ລົດໄຟຕົກລາງ.
ຫລັງເກີດເຫດ ໜ່ວຍກູ້ໄພ ໄດ້ເລັ່ງເຂົ້າຊ່ວຍເຫລືອຜູ້ໄດ້ຮັບບາດເຈັບ ແລະ ໃຊ້ເຄື່ອງຕັດເຫຼັກ ຖ່າງງັດຮ່າງຜູ້ໂດຍສານທີ່ໄດ້ຮັບບາດເຈັບອອກຈາກຊາກລົດໄຟແລ້ວນຳສົ່ງໂຮງໝໍໂດຍດ່ວນ. ລາຍງານລ້າສຸດ ເວລາ 11:05 ນາທີ ມີຜູ້ໄດ້ຮັບບາດເຈັບ 55 ຄົນ ແລະ ເສຍຊີວິດ 22 ຄົນ. ຈາກຜູ້ໂດຍສານທັງໝົດ 190 ຄົນ.




ພາບ: Nonthawat Wisutthipat




