16 C
Vientiane
ວັນທີ 1 December, 2025

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2025

Must read

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກ ສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໃນວັນທີ 25 ພະຈິກ 2025 ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງ ກະຊວງການຕ່າງປະເທດ, ແຂກຖືກເຊີນຈາກສູນກາງສະຫະພັນແມ່ຍິງລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫະພັນແມ່ຍິງບັນດາກະຊວງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ວາດສະໜາ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງງານດັ່ງກ່າວ, ຊຶ່ງງານລ້ຽງນ້ຳຊາ ເປັນກິດຈະກຳເຄື່ອນໄຫວປະຈຳປີຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໂດຍມີຈຸດປະສົງເພື່ອເຕົ້າໂຮມພົບປະສັງສັນ ແລະ ເປັນໂອກາດອັນດີ ໃຫ້ບັນດາທູດຍິງ, ພັນລະຍາທູດ, ນັກການທູດຍິງ ແລະ ຄອບຄົວ ທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ໄດ້ມາພົບປະສັງສັນ ກັບເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ຂະແໜງການອ້ອມຂ້າງ ເພື່ອສ້າງຄວາມລື້ງເຄີຍ ແລະ ຮັດແໜ້ນຄວາມສາມັກຄີໃຫ້ຫລາຍຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍເປັນໂອກາດໃນການແລກປ່ຽນປະສົບການທີ່ດີ, ຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງແຕ່ລະປະເທດ ຜ່ານການວາງສະແດງດ້ານສິນລະປະ, ຫັດຖະກໍາ, ເຄື່ອງນຸ່ງ, ອາຫານ ແລະ ຜະລິດຕະພັນທີ່ຫລາກຫລາຍ ໃນງານຄັ້ງນີ້. ພິເສດ, ງານລ້ຽງນຳຊາ ປະຈຳປີ 2025 ນີ້, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມກະກຽມສະ ເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ.

ງານລ້ຽງນໍ້າຊາຄັ້ງນີ້, ນອກຈາກໄດ້ມີການວາງສະແດງສິນຄ້າທີ່ຫລາກຫລາຍ ແລະ ອາຫານລາວ ຂອງບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິລະປະວັດທະນະທໍາລາວ ຈາກການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ການປະກອບສ່ວນສະ ແດງສິລະປະອັນເປັນເອກະລັກປະຈໍາຊາດຂອງ ບັນດາສໍານັກງານການທູດຕ່າງປະເທດ ປະຈໍາ ສປປ ລາວ, ຊຶ່ງໄດ້ສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ. ໃນໂອກາດດຽວກັນນີ້, ບັນດາແຂກທີ່ເຂົ້າຮ່ວມກໍໄດ້ອວຍພອນສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ 2026 ເຊິ່ງກັນ ແລະ ກັນ.

ພາບ: ອ່າຍຄຳ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article