12 C
Vientiane
ວັນທີ 11 January, 2026

ປະໂຫຍດຂອງ”ໝາກໂທງເທງ” ໝາກໄມ້ ຕ້ານມະເຮັງ-ເສັ້ນເລືອດຫົວໃຈຕີບ

Must read

ໜາກໄມ້ຕະກູນເບີຣີມີຊື່ສຽງມາດົນນານວ່າມີປະໂຫຍດຫຼາຍຢ່າງ ມີວິຕາມິນ ແລະ ສານອາຫານທີ່ດີທີ່ຊ່ວຍບຳລຸງຮ່າງກາຍຫຼາຍຢ່າງ ແຖມລົດຊາດຍັງແຊບສົດຊື່ນ.

6 ປະໂຫຍດອັດສະຈັນຂອງ “ເຄບກູສເບີຣີ” (Cape Gooseberry) ຫຼື “ໂທງເທງຝຣັ່ງ”

  1. ເຄບກູສເບີຣີອຸດົມໄປດ້ວຍວິຕາມິນຊີ ທີ່ຊ່ວຍບຳລຸງກະດູກ ແລະ ແຂ້ວ ເສີມສ້າງພູມຕ້ານທານ ປ້ອງກັນພະຍາດໄຂ້ຫວັດ ພູມິແພ້
  2. ມີວິຕາມິນເອ ຊ່ວຍບຳລຸງສາຍຕາ ຊ່ວຍໃນການເບິ່ງເຫັນທັງໃນບ່ອນແຈ້ງ ແລະ ບ່ອນມືດ
  3. ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກເສັ້ນເລືອດຫົວໃຈຕີບ
  4. ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກມະເລັງບາງຊະນິດ ເຊັ່ນ ມະເລັງປອດ
  5. ເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະ (Antioxidants) ຊ່ວຍບຳລຸງຜິວພັນໃຫ້ງົດງາມສົດໃສ
  6. ຊ່ວຍຢຸດຢັ້ງການເຈີນເຕີບໂຕຂອງເຊນເນື້ອງອກ

ກ່ອນນີ້ພວກເຮົາຈະຫາກິນເຄບກູສເບີຣີໄດ້ພຽງແຕ່ໃນພາກເໜືອ ຕອນນີ້ມີການສົ່ງໝາກໄມ້ແສນແຊບນີ້ມາຂາຍຕໍ່ໃນພາກກາງ ແລະ ຕາມແຂວງໃຫຍ່ໆ ໃນປະເທດຫຼາຍຂຶ້ນ ແລະ ແນ່ນອນວ່າໃນລາຄາຍ່ອມເຍົາ ເໝາະກັບເສດຖະກິດໃນບ້ານເຮົາຢ່າງແນ່ນອນ. ຫວັງວ່າທຸກຄົນຈະໄດ້ມີໂອກາດລິ້ມລອງເຄບກູສເບີຣີກັນແດ່ນະຄະ ທັງແຊບ ດີ ມີປະໂຫຍດແບບນີ້ ຊື້ໄປຝາກຄົນທີ່ເຮົາຮັກດ້ວຍກໍ່ດີນະ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article