
ຂປລ. ຕອນເຊົ້າວັນທີ 21 ພະຈິກ 2025, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Angana Banerji ຫົວໜ້າຄະນະປະເມີນກອງທຶນການເງິນສາກົນ (International Monetary Fund: IMF) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 05-19 ພະຈິກ 2025.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະປະເມີນກອງທຶນການເງິນສາກົນ(IMF) ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມສະຫລຸບຜົນການປະເມີນເບື້ອງຕົ້ນ ຂອງການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ຕາມພັນທະມາດຕາ IV ຂອງກອງທຶນການເງິນສາກົນ ປະຈຳປີ 2025; ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຫົວໜ້າຄະນະປະເມີນກອງທຶນການເງິນສາກົນ ແລະ ຄະນະ ທີ່ໄດ້ເອົາໃຈໃສ່ໃນການຕິດຕາມການປະເມີນສະພາບເສດຖະກິດ ສປປ ລາວ ຢ່າງໃກ້ຊິດ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າກອງທຶນການເງິນສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນທີ່ດີ ແກ່ທະນາຄານແຫ່ງ ສປປ ລາວ ກໍຄື ສປປ ລາວ ເປັນຕົ້ນ ການຕິດຕາມຄວາມຄືບໜ້າກ່ຽວກັບການ ຈັດຕັ້ງປະຕິບັດພັນທະຕ່າງໆ ຂອງ ສປປ ລາວ ໃນນາມປະເທດສະມາຊິກ, ລວມເຖິງການຕິດຕາມຊຸກຍູ້ວຽກງານ ພາຍໃຕ້ກອບການຊ່ວຍເຫລືອທາງດ້ານວິຊາການທີ່ IMF ມີຕໍ່ທະນາຄານແຫ່ງ ສປປ ລາວ ກໍຄື ຂະແໜງການກ່ຽວຂ້ອງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແລະ ບັນລຸຕາມເປົ້າໝາຍທີ່ກໍານົດໄວ້.

ໃນໂອກາດດຽວກັນ, ທ່ານຫົວໜ້າຄະນະປະເມີນຂອງກອງທຶນ IMF ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີ ແລະ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ລາຍງານກ່ຽວກັບຜົນກອງປະຊຸມປະເມີນເບື້ອງຕົ້ນ ສະພາບເສດຖະກິດຂອງ ສປປ ລາວ ໃນປີ 2025 ຊຶ່ງຜ່ານການປະເມີນເຫັນວ່າ ສະພາບເສດຖະກິດໂດຍລວມຂອງ ສປປ ລາວ ເເມ່ນຢູ່ໃນທິດທາງທີ່ດີຂຶ້ນຫລາຍດ້ານ ເມື່ອທຽບກັບຜົນການປະເມີນຄັ້ງຜ່ານມາ ເນື່ອງຈາກການເອົາໃຈໃສ່ຂອງ ລັດຖະບານ ແລະ ຄວາມພະຍາ ຍາມຂອງທຸກພາກສ່ວນ ໃນການເເກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄຽງຄູ່ກັບບັນດາປັດໄຈພາຍນອກ ທີ່ເອື້ອອໍນວຍໃຫ້ເເກ່ການຟື້ນຟູເສດຖະກິດ. ໃນສົກປີ 2025-2026, IMF ຄາດຄະເນວ່າ ການພັດທະນາເສດຖະກິດ ຂອງ ສປປ ລາວ ແມ່ນຈະມີທ່າອ່ຽງຂະຫຍາຍຕົວທີ່ເຂັ້ມເເຂງ ອັນເນື່ອງມາຈາກທ່າແຮງດ້ານຕ່າງໆ ເປັນຕົ້ນ ການສົ່ງອອກພະລັງງານໄຟຟ້າທີ່ເພີ່ມຂຶ້ນ, ການທ່ອງ ທ່ຽວໄດ້ຮັບການຟື້ນຟູ, ການຫລັ່ງໄຫລເຂົ້າຂອງກະແສທຶນເພີ່ມຂຶ້ນ ຂອງການລົງທຶນໂດຍກົງຈາກຕ່າງ ປະເທດຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.



