ງານເທດສະການບຸນເຂົ້າໄກ່ນ້ອຍ ປະຈໍາປີ 2025 ທີ່ແຂວງຊຽງຂວາງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 26-30 ພະຈິກ 2025 ນີ້ ທີ່ເດີ່ນຫໍພິພິຕະພັນແຂວງຊຽງຂວາງ. ສຳລັບການຈັດງານງານບຸນເຂົ້າໄກ່ນ້ອຍແຂວງຊຽງຂວາງ ໃນປີ 2025 ມີບັນດາບູດວາງສະແດງສິນຄ້າກະສິກໍາ, ຫັດຖະກໍາ ແລະ ສິນຄ້າທົ່ວໄປ ເຊິ່ງໃນງານປະກອບມີກິດຈະກຳຕ່າງໆດັ່ງນີ້:
– ວັນທີ 26 ພະຈິກ 2025 ເລີ່ມວາງສະແດງສິນຄ້າໂອດັອບ ແລະ ຜະລິດຕະພັນຕ່າງໆ ເປັນຕົ້ນແມ່ນເຂົ້າໄກ່ນ້ອຍ ແລະ ສິນຄ້າກະສິກຳອື່ນໆ
– ວັນທີ 27 ພະຈິກ 2025 ຊົມການປະກວດບ່າວທົ່ງໄຫຫີນ, ນາງສາວເຂົ້າໄກ່ນ້ອຍທ່ຽວຊົມຕະຫຼາດນັດກະສິກຳ, ຫັດຖະກຳ ແລະ ຕະຫລາດນັດທົ່ວໄປ
– ວັນທີ 28 ພະຈິກ 2025 ເປັນມື້ເປີດງານມະຫະກໍາບຸນເຂົ້າໄກ່ນ້ອຍແຂວງຊຽງຂວາງ ປະຈໍາປີ 2025 ຢ່າງເປັນທາງການ, ຊົມການສະແດງສີລະປະ ແລະ ເດີນແບບບ່າວທົ່ງໄຫນາງສາວເຂົ້າໄກ່ນ້ອຍ, ຊົມການຕີກອງຄູ່ ແລະ ຊົມງານວ່າງສະແດງສິນກະສິກຳ ແລະ ອຸດສາຫະກໍາ ພ້ອມທັງຊີມອາຫານ, ເຂົ້າໄກ່ນ້ອຍຊຽງຂວາງ .
– ຕອນເຊົ້າ ວັນທີ 29 ພະຈິກ 2025 ຈະມີພິທີໃສ່ບາດພະສົງ 9 ອົງ, ມີ 10 ບາດ ແລະຖະຫວາຍຈັງຫັນ, ຊົມການແຂ່ງຂັນປະກວດສິນລະປະວັນນະຄະດີ, ແຂ່ງຂັນຮ້ອງເພງ.
– ພິທີບາສີສູ່ຂັວນເຂົ້າໄກ່ນ້ອຍ ແລະ ຊົມງານວາງສະແດງສິນກະສິກຳ ແລະ ອຸດສາຫະກຳ. ພ້ອມທັງຊີມອາຫານ, ເຂົ້າໄກ່ນ້ອຍຊຽງຂວາງ
– ວັນທີ 30 ພະຈິກ 2025 ການສະແດງສິນລະປະ, ຄອນເສີດ, ຟ້ອນລຳວົງ ເພື່ອຂ່ຳນັບຮັບຕ້ອນ ແລະ ຊົມເຊີຍ 3 ວັນປະຫວັດສາດ.
ສໍາລັບກິດຈະກໍາດ້ານການທ່ອງທ່ຽວ
– ຢູ່ພາຍໃນຕົວເມືອງເທສະບານໂພນສະຫັວນ ແລະ ບໍລິເວນໃກ້ຄຽງຂອງແຂວງຊຽງຂວາງ ໄດ້ມີສະຖານທີ່ ທີມີຊື່ສຽງໂດດເດັ່ນເປັນຕົ້ນທົ່ງໄຫຫີນມໍລະດົກໂລກ ທີ່ໄດ້ປະກາດເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ໃນທ້າຍປີ 2019 ທີ່ຜ່ານມາ ແລະ ຍັງມີສະຖານທີ່ກາບໄຫວ້ບູຊາ ເຊັ່ນ ວັດພູເພຍວັດ, ພຣະທາດຝຸ່ນ (ເມືອງຄູນ), ວັດໄຫຫີນໄຊຍະຣາມ ແລະ ສະຖານທີ່ອື່ນໆ.
– ສ່ວນສະຖານທີ່ບໍລິການທ່ອງທ່ຽວກດ້ານສຸຂະພາບ ເຊັ່ນ ບໍ່ນໍ້າຮ້ອນໃຫ່ຍ ບ້ານນໍ້າຮົ້ມ, ອາສານໍ້າອຸ່ນຣິສອດ ແລະ ສະປາ ບ້ານນາທອງ ເມືອງຄໍາ. ນອກນັ້ນ, ຍັງມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ທໍາມະຊາດເປັນຕົ້ນ ຖໍ້າປິວ, ພູກູດຈອມເຫລັກ, ນໍ້າຕົກຕາດຄາ ເມືອງໜອງແຮດ, ນໍ້າຕົກຕາດຄະ ບ້ານທ່າໂຈກ ເມືອງແປກ…
ດ້ານບໍລິການ
– ດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ, ຮ້ານບັນເທີງ, ບໍລິສັດນໍາທ່ຽວ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ, ຄຽງຄູ່ກັນນັ້ນກໍ່ໄດ້ຄວບຄຸມລາຄາສິນຄ້າທີ່ສົມເຫດສົມຜົນ ເພື່ອຕອບສະໜອງໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວທີ່ໄດ້ມາທ່ຽວມາຊົມງານບຸນເຂົ້າໄກ່ນ້ອຍ ໃນຄັ້ງນີ້ ໃຫ້ມີຄວາມປະທັບໃຈ.






