18 C
Vientiane
ວັນທີ 26 December, 2025

ລັດວິສາຫະກິດໄຟຟ້າລາວ ເລັ່ງແກ້ໄຂ 4 ມາດຕະການດ້ານການເງິນທີ່ ລັດຖະບານຮັບຮອງ

Must read

ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານຕໍ່ກອງປະຊຸມຄະນະກຳມະການປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ໃນວັນທີ 17 ທັນວາ 2025 ທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການຊີ້ນໍາ ນໍາພາຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອດໍາເນີນທຸລະກິດແບບຕັ້ງໜ້າທີ່ຕິດພັນກັບການປະຕິບັດແຜນການປະຕິຮູບ ເພື່ອເຮັດສໍາເລັດ “4 ມາດຕະການແກ້ໄຂໜີ້ສິນ” ທີ່ລັດຖະບານຮັບຮອງ 4 ເປົ້າໝາຍພື້ນຖານທີ່ສໍາຄັນໃຫ້ ລັດວິສາຫະກິດໄຟຟ້າລາວ ຈັດຕັ້ງປະຕິບັດແຜນປະຕິຮູບອົງກອນ:

ລັດວິສາຫະກິດໄຟຟ້າລາວ ໄດ້ປັບປຸງໂຄງຮ່າງການຈັດຕັ້ງດ້ານບຸກຄະລາກອນ 4 ຄັ້ງ ໃຫ້ແທດເໝາະ ຈາກ 6,200 ຄົນ ໃນປີ 2020 ມາເປັນ 5,700 ຄົນ ເພື່ອລົດຄ່າໃຊ້ຈ່າຍ ແລະ ເພີ່ມຄວາມຄ່ອງຕົວໃນການບໍລິຫານອົງກອນ ແລະ ສ້າງຝ່າຍກວດກາ ເພື່ອຍົກສູງວຽກງານກວດສອບ-ກວດກາພາຍໃນໃຫ້ເຂັ້ມແຂງ, ສ້າງຝ່າຍກົດໝາຍ-ສັນຍາເພີ່ມ ເພື່ອຮັບຜິດຊອບການຄຸ້ມຄອງການປະຕິບັດສັນຍາ ແລະ ກົດໝາຍພາຍໃນອົງກອນ, ສ້າງຝ່າຍ ICT ຮັບຜິດຊອບຄຸ້ມຄອງ ແລະ ພັດທະນາລະບົບ ICT ຫັນເປັນທັນສະໄໝ ໃຊ້ລະບົບປະເມີນຜົນ KPI-OKR ແລະ ລະບົບ Check in – Check out ໃນການວັດແທກປະສິດທິພາບພະນັກງານ ລວມເຖິງພັດທະນາໝໍ້ນັບໄຟທີ່ທັນສະໄໝ ແລະ ສ້າງ EDL Mobile Application ເພື່ອໃຫ້ລູກຄ້າເຂົ້າເຖິງການບໍລິການໄດ້ງ່າຍ ແລະ ວ່ອງໄວຂຶ້ນ ລວມທັງ ສ້າງ ແລະ ປັບປຸງລະບຽບການຫຼາຍສະບັບ ເພື່ອໃຫ້ຄວບຄຸມການດໍາເນີນທຸລະກິດ ແລະ ເພື່ອຫັນການຄຸ້ມຄອງບໍລິຫານອົງກອນໄປຕາມ ກົດໝາຍວ່າດ້ວຍວິສາຫະກິດ.

ດ້ານການເງິນ ໄດ້ຮັດກຸມຫຼຸດຜ່ອນລາຍຈ່າຍບໍລິຫານ ປີ 2021-2024 ລົງໄດ້ປະມານ 40-45% (ທຽບໃສ່ປີ 2019 ກ່ອນການປະຕິຮູບ) ຈາກ 95 ລ້ານໂດລາສະຫະລັດ ເຫຼືອປະມານ 50 ລ້ານໂດລາສະຫະລັດ, ແກ້ໄຂບັນຫາຄົນລັກໃຊ້ໄຟຟ້າ ປີ 2022-2025 ໄດ້ 562 ກໍລະນີ ລວມມູນຄ່າເສຍຫາຍ 176,62 ຕື້ ກີບ ຫຼື 1,43 ລ້ານໂດລາສະຫະລັດ ສາມາດແກ້ໄຂໄດ້ 490 ກໍລະນີ ລວມເປັນເງິນປະມານ 63,43 ຕື້ ກີບ ຫຼື ຄິດເປັນ 378,000 ໂດລາສະຫະລັດ, ສໍາເລັດເຈລະຈາຄືນ ສັນຍາຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີ ສາມາດປະຢັດໄດ້ 136 ລ້ານ ໂດລາສະຫະລັດ ແລະ ສັນຍາຈັດຊື້-ຈັດຈ້າງ ທີ່ເຫັນວ່າມີມູນຄ່າສູງເກີນຄວາມເປັນຈິງປະຢັດໄດ້ 35 ຕື້ກວ່າ ກີບ, ພະລັງງານຕົກເຮ່ຍ( Energy Loss) ປີ 2019 ເທົ່າກັບ 9.91% ເຫຼືອພຽງ 6.33% ໃນ 6 ເດືອນຕົ້ນປີ 2025 (ຫຼຸດລົງ 3.58%), ຄິດເປັນເງິນ 35 ລ້ານໂດລາສະຫະລັດ, ບັນຫາໄຟຕົກ-ໄຟມອດຢູ່ລະບົບສົ່ງ ປະມານ 21,000 ນາທີ ໃນປີ 2022 ເຫຼືອພຽງ 4,075 ນາທີ ໃນ 6 ເດືອນຕົ້ນປີ 2025, ຢູ່ລະບົບຈໍາໜ່າຍ ຈາກ 358,000 ນາທີ ໃນປີ 2022 ເຫຼືອພຽງ 34,143 ນາທີ ໃນ 6 ເດືອນຕົ້ນປີ 2025, ສໍາເລັດການຂາຍພະລັງງານໄຟຟ້າໃຫ້ປະເທດສິງກະໂປ ໃນປີ 2022-2023 ສາມາດສ້າງລາຍຮັບໄດ້ 20 ລ້ານໂດລາສະຫະລັດ, ແກ້ໄຂໜີ້ສິນລູກຄ້າຜະລິດບິດຄອຍ ຈາກທ້າຍປີ 2024 ມີໜີ້ຄ້າງປະມານ 100 ລ້ານ ໂດລາສະຫະລັດ ຮອດປີ 2025 ໜີ້ຄ້າງຈ່າຍຍັງ 27.8 ລ້ານ ໂດລາສະຫະລັດ, ສໍາເລັດເຈລະຈາຄ່າໄຟຟ້າຂອງທາງລົດໄຟລາວ-ຈີນ ໃນປີ 2021-2024 ສາມາດເກັບກູ້ໜີ້ຄ່າໄຟໄດ້ 113 ຕື້ກີບ, ສືບຕໍ່ແກ້ໄຂໜີ້ຄ່າໄຟຟ້າຂອງພາກລັດ ແລະ ຊົນລະປະທານ ແມ່ນໄດ້ຮັບທິດຊີ້ນໍາຈາກລັດຖະບານ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງແກ້ໄຂບັນຫາໄດ້ຢ່າງຂາດຕົວໜີ້ຜ່ານມາ ແລະ ບໍ່ໃຫ້ມີໜີ້ກ້ອນໃໝ່ເກີດຂຶ້ນ.

ການປັບໂຄງສ້າງລາຄາໄຟຟ້າພາກຈໍາໜ່າຍໃຫ້ສະທ້ອນຕົ້ນທຶນຕົວຈິງ ປີ 2025-2029 ຈະເຮັດໃຫ້ໄຟຟ້າລາວ ຫຼຸດຜ່ອນການຂາດດຸນປະມານ 200-300 ລ້ານໂດລາສະຫະລັດຕໍ່ປີ ຮອດປິ 2030 ຈະຄ່ອຍຫຼຸດລົງຕາມລຳດັບ ຮອດປີ 2035 ຈະສາມາດປັບຄ່າໄຟພາກຈໍາໜ່າຍໄປຕາມກົນໄກເສດຖະກິດໃນແຕ່ລະປີ, ສືບຕໍ່ເຈລະຈາໂຄງສ້າງລາຄາໄຟຟ້າຈາກບັນດາແຫຼ່ງຜະລິດໄຟຟ້າ ເພື່ອຫຼຸດຜ່ອນຕົ້ນທຶນລາຄາຊື້ໄຟຟ້າສໍາເລັດ 55 ໂຄງການ ລວມ 1,013 MW, ຄາດຄະເນຫຼຸດລາຍຈ່າຍ ພາກຊື້ໄຟໃນປີ 2021-2030 ປະມານ 170 ລ້ານ ໂດລາສະຫະລັດ ຫຼື ປະມານ 15-20 ລ້ານ ໂດລາສະຫະລັດຕໍ່ປີ, ສືບຕໍ່ຊຸກຍູ້ເຈລະຈາກັບບັນດາໂຄງການທີ່ຍັງເຫຼືອຕື່ມອີກ, ສໍາເລັດເຈລະຈາຂໍ້ຂັດແຍ່ງ ກັບ ກຸ່ມບໍລິສັດເຂື່ອນໄຟຟ້ານ້ຳອູ, ສຳເລັດການແກ້ໄຂໜີ້ຄ່າຊື້ໄຟຟ້າຈາກ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ຍັງຄ້າງຊໍາລະຄ່າໄຟ 1,000 ລ້ານໂດລາສະຫະລັດ ປີ 2025, ເນື່ອງຈາກຊື້ມາບໍລິການໃນຊ່ວງລະດູແລ້ງ ປີ 2023-2024 ຜ່ານມາ ຮອດປັດຈຸບັນໄດ້ສຳເລັດການຜະລິດສົ່ງພະລັງງານຄືນໃຫ້ ກຟຜ ແລະ ແກ້ໄຂໜີ້ສິນ ສຳເລັດໃນເດືອນ ຕຸລາ ປີ 2025. ອີງຕາມການດຸ່ນດ່ຽງພະລັງງານໄຟຟ້າ ປີ 2025 ຕາມແຜນຈະຕິດບວກ ປະມານ 22 ລ້ານໂດລາສະຫະລັດ ແລະ ເຮັດໃຫ້ ໄຟຟ້າລາວ ສາມາດເຂົ້າເຖິງແຫຼ່ງທຶນເງິນກູ້ໃໝ່ທີ່ມີເງື່ອນໄຂດີກວ່າ ເພື່ອມາຊໍາລະໜີ້ເງິນກູ້ເກົ່າທີ່ມີດອກເບ້ຍ-ຄ່າທໍານຽມສູງ ແລະ ໄຟຟ້າລາວສາມາດປັບໂຄງສ້າງໜີ້ເງິນກູ້ ປີ 2023-2027 ປະມານ 600-700 ລ້ານ ໂດລາສະຫະລັດຕໍ່ປີ ຫຼຸດລົງເຫຼືອບໍ່ເກີນ 350-400 ລ້ານ ໂດລາສະຫະລັດຕໍ່ປີ.

ໃນປີ 2026 ລັດວິສາຫະກິດໄຟຟ້າລາວສືບຕໍ່ປະຕິຮູບແຜນຮັບຮອງຈາກ ລັດຖະບານ ແລະ ຄະນະປະຕິຮູບ ລັດວິສາຫະກິດ ເປັນຕົ້ນ: 6 ກຸ່ມວຽກ, 36 ແຜນງານ ແລະ 200 ກວ່າໜ້າວຽກຍ່ອຍ ເຊິ່ງຮອດເດືອນ ພະຈິກ ປີ 2025 ການປະຕິບັດແຜນປະຕິຮູບສາມາດບັນລຸໄດ້ 67.6%. ສະນັ້ນ, ໃນປີ 2026 ໄຟຟ້າລາວ ສືບຕໍ່ເຈລະຈາປັບໂຄງສ້າງໜິີ້ເງິນກູ້ ແລະ ໜີ້ສິນຄ່າກະແສໄຟພາກລັດບໍລິຫານ ແລະ ຊົນລະປະທານ ໃຫ້ສາມາດແກ້ໄຂຂາດໂຕຕາມແຈ້ງການຂອງລັດຖະບານ ປັບປຸງລະບຽບການທີ່ມີປັດຈຸບັນ ແລະ ສ້າງໃໝ່ ທີ່ຕິດພັນກັບວຽກງານເຕັກນິກໃຫ້ໄດ້ມາດຕະຖານ ແລະ ບໍລິການໄຟຕົກ-ໄຟມອດ ສ້າງຄວາມສະຖຽນລະພາບຂອງລະບົບໄຟຟ້າໃຫ້ດີຂື້ນຕາມລໍາດັບ ດັ່ງຄໍາຂັວນ ລັດວິສາຫະກິດໄຟຟ້າລາວ ເດີນໜ້າໄປດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ.

ຂ່າວ:ລັດວິສາຫະກິດໄຟຟ້າລາວ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article