16 C
Vientiane
ວັນທີ 1 December, 2025

ເປີດ ແສນຄຳ ຄ່າເຟ່ ເປັນທາງການ ຕັ້ງຢູ່ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

Must read

ສວນອາຫານ ແສນຄຳ ຄ່າເຟ່ ໄດ້ຈັດພິທີເປີດ ໃຫ້ບໍລິການ ທ່ານລູກຄ້າ ຢ່າງເປັນທາງການ ເນັ້ນທ່ອງທ່ຽວແບບອະນຸລັກ ວັດທະນະທຳ.

ໂດຍພິທີເປີດ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ ທີ່ຜ່ານມາ ໃຫ້ກຽດເຂົ້າຮ່ວມ ພິທີ ໂດຍຄະນະນຳຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ບັນດາບ້ານອ້ອມຂ້າງ.

ທ່ານບຸນປັນ ໂສວິໄລ ປະທານບໍລິສັດ ເອັສວີແອວ ແລະ ເປັນເຈົ້າຂອງ ສວນອາຫານ ແສນຄຳ ຄ່າເຟ່, ໄດ້ຂໍອະນຸຍາດກ່າວຄວາມເປັນມາ ໂດຍໂຄງການດັ່ງກ່າວ ເປັນໜຶຶ່ງໂຄງການທີ່ໃກ້ຄຽງເຂດບໍລິເວນນ້ຳ ໜອງຄຳແສນ, ເຊີ່ງແມ່ນໜອງໜື່ງທີ່ມີຄວາມສຳຄັນ ທາງດ້ານວັດທະນະທຳ ເພາະເປັນທີ່ນັບຖືສັກກະລະບູຊາ ຂອງຊຸມຊົນທີ່ດຳລົງຊີວິດ ຢູ່ໃນຂົງເຂດອ້ອມຂ້າງໜອງ ກໍຄືນະຄອນຫຼວງວຽງຈັນ ມາແຕ່ດຶກດຳບັນ ເຊີ່ງໜອງດັ່ງກ່າວນີ້ມີທີ່ຕັ້ງຢູ່ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການໃນການສົ່ງເສີມສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນອ້ອມຂ້າງໂຄງການ  ຢ່າງຫຼວງຫຼາຍ ພ້ອມທັງການໃຫ້  ບໍລິການ ເຊີ່ງຜະລິດຕະພັນຫຼັກຂອງການໃຫ້ບໍລິການມີບັນດາ ກາເຟ ເຄື່ອງດື່ມ ແລະ ອາຫານ ຄົບວົງຈອນ ພ້ອມທັງມີຂໍ້ສະດວກສະຖານທີ່ຈອດລົດ ສະດວກ ສະບາຍ ບັນຍາກາດດີ, ເຊີ່ງໂຄງການດັ່ງກ່າວກໍເປັນການແນໃສ່ການມີສ່ວນຮ່ວມ ດ້ານອະນຸລັກຊີວະນາໆ ພັນ ສັດນ້ຳ, ສັດປ່າ, ນົກພື້ນເມືອງ ແລະ ນົກຍ້າຍຖິ່ນຕາມລະດູການ ຟື້ນຟູປ່າໄມ້ ເຊີ່ງເປັນພື້ນທີ່ຢູ່ອາໄສຂອງສັດປ່າ ແລະ ນົກ ພ້ອມທັງອະນຸລັກເປັນເຂດສີຂຽວ ຂອງນະຄອນ ຫຼວງວຽງຈັນ ເພື່ອໃຫ້ໄປຕາມທິດທາງ 6 ສ ຂອງນະຄອນຫຼວງວຽງຈັນໄດ້ວາງອອກ ແລະ ຍັງຈະສ້າງເປັນສູນສຶກສາທຳມະຊາດສີຂຽວ (Green Educational Centre), ຄຽງຄູ່ກັບ ກິດຈະກຳໂຄງການ ອະນຸລັກແບບມີສ່ວນຮ່ວມ ໃນເຂດດິນບໍລິເວນນ້ຳ ໜອງຄຳແສນ ເພື່ອຕອບສະໜອງຕາມຄວາມຕ້ອງການ ແລະ ຄວາມພໍໃຈ ໃຫ້ກັບ ທ່ານລູກຄ້າ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article