18 C
Vientiane
ວັນທີ 13 January, 2026

ເຈົ້າໜ້າທີ່ໄທ ສະກັດຈັບ ແລະ ຍຶດ ງາຊ້າງ ຫລາຍກວ່າ 160 ກິໂລກຣາມ ຂົນຂ້າມນ້ຳຂອງ ມາຈາກຝັ່ງ ລາວ

Must read

ສຳນັກຂ່າວທ້ອງຖິ່ນບຶງການ ລາຍງານວັນທີ 12 ມັງກອນ 2026 ວ່າ: ເຈົ້າໜ້າທີ່ທະຫານໄທ ສາມາດສະກັດຈັບຂະບວນການລັກລອບຂົນສົ່ງສາກສັດປ່າຄຸ້ມຄອງ (ງາຊ້າງ) ລາຍໃຫຍ່ ຢູ່ບໍລິເວນແຄມແມ່ນ້ຳຂອງ ເຂດບ້ານເຫຼົ່າໝາກຜາງ, ຕຳບົນທ່າດອກຄຳ, ອຳເພີບຶງໂຂງຫຼົງ, ຈັງຫວັດບຶງການ.

ເວລາປະມານ 19:00 ໂມງ ວັນທີ 11 ມັງກອນ 2026 ເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບຂົນສົ່ງສິນຄ້າໜີພາສີຂ້າມພົມແດນ. ເຈົ້າໜ້າທີ່ຈຶ່ງໄດ້ປະສານງານຮ່ວມກັບ ຕຳຫຼວດກອງປາບປາມ, ຝ່າຍປົກຄອງ ແລະ ໜ່ວຍງານຄວາມໝັ້ນຄົງໃນພື້ນທີ່ ເພື່ອລົງກວດກາ ແລະ ດັກຊຸ່ມເຝົ້າລະວັງ.

ໃນຂະນະປະຕິບັດໜ້າທີ່, ໄດ້ກວດພົບເຮືອຫາງຍາວ 1 ລຳ ແລ່ນຂ້າມມາຈາກຝັ່ງ ສປປ ລາວ ເຂົ້າມາຈອດຢູ່ຈຸດນັດພົບ ໂດຍມີກຸ່ມຄົນປະມານ 10 ຄົນ ລໍຖ້າຮັບສິນຄ້າ. ເມື່ອເຈົ້າໜ້າທີ່ສະແດງຕົວເຂົ້າກວດກາ, ເຮືອລຳດັ່ງກ່າວໄດ້ຮີບຟ້າວຂັບໜີອອກໄປຢ່າງໄວວາ ມຸ່ງໜ້າສູ່ຝັ່ງ ສປປ ລາວ, ໃນຂະນະທີ່ກຸ່ມຄົນຢູ່ເທິງຝັ່ງໄດ້ແຕກຕື່ນ ແລະ ພະຍາຍາມແລ່ນໜີ.

ເຫດການນີ້ ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໄສໄດ້ 2 ຄົນ ເປັນເພດຊາຍ ອາຍຸ 21 ປີ ແລະ 18 ປີ, ເຊິ່ງທັງສອງເປັນຄົນໃນພື້ນທີ່ດັ່ງກ່າວ. ຈາກການກວດກາບໍລິເວນອ້ອມຂ້າງ, ໄດ້ພົບເຫັນເປົາປຸ໋ຍສີຟ້າຈຳນວນ 9 ເປົາ ວາງຖິ້ມໄວ້ແຄມຝັ່ງພາຍໃນເປົາ ເຫັນວ່າມີ ງາຊ້າງ ຈຳນວນ 55 ອັນ ນ້ຳໜັກລວມປະມານ 169 ກິໂລກຣາມ.

ຊາຍທັງສອງຄົນໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ຮັບຈ້າງຂົນຍ້າຍເປົາທີ່ບັນຈຸງາຊ້າງນັ້ນຂຶ້ນຈາກເຮືອ ໂດຍໄດ້ຮັບຄ່າຈ້າງເປົາລະ 200 ບາດ ໂດຍອ້າງວ່າເຂົ້າໃຈເປັນໄມ້ພະຍູງ.

ເບື້ອງຕົ້ນເຈົ້າໜ້າທີ່ໄທໄດ້ແຈ້ງຂໍ້ຫາໜັກ 3 ຂໍ້ຫາ ຄື: 1. ຂໍ້ຫາ ມີຊາກສັດປ່າຄຸ້ມຄອງໄວ້ໃນຄອບຄອງ ແລະ ພະຍາຍາມສົ່ງອອກໂດຍບໍ່ໄດ້ຮັບອະນຸຍາດ, 2. ຂໍ້ຫານຳເຂົ້າ ຫຼື ສົ່ງອອກຊາກສັດ ໂດຍບໍ່ຜ່ານການກວດກາ 3. ຂໍ້ຫາລັກລອບຂົນສົ່ງສິນຄ້າທີ່ບໍ່ຜ່ານ ພາສີ ຫຼື ສິນຄ້າຕ້ອງຫ້າມອອກນອກປະເທດ.

ປັດຈຸບັນ, ຂອງກາງ ແລະ ຜູ້ຕ້ອງຫາທັງສອງ ແມ່ນໄດ້ຖືກສົ່ງມອບໃຫ້ພະນັກງານສອບສວນເພື່ອດຳເນີນຄະດີຕາມລະບຽບກົດໝາຍ ແລະ ຈະສືບສວນຂະຫຍາຍຜົນຫາຜູ້ຢູ່ເບື້ອງຫລັງຕໍ່ໄປ.

ທີ່ມາ:ໜັງສືພິມລາວພັດທະນາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article