ເວລາປະມານ 23:15 ໂມງ ວັນທີ 7 ມັງກອນ 2026 ເກີດອຸປະຕິເຫດລົດກະບະຕຳກັນ ຈົນເຮັດໃຫ້ຄັນໜຶ່ງປີ້ນທ້ອງ ຢູ່ 4 ແຍກໄຟແດງ ຖະໜົນລ້ານຊ້າງ ຕັດກັບ ຖະໜົນສາມແສນໄທ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ຍັງບໍ່ມີລາຍງານຄົນໄດ້ຮັບບາດເຈັບ ສ່ວນສາເຫດຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.







