ໃນປີ 2025 ແຂວງເຊກອງ ນໍາເຂົ້າສິນຄ້າມູນຄ່າທັງໝົດ 11.79 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 150% (ແຜນ 7.85 ລ້ານໂດລາ) ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ ວັດສະດຸກໍ່ສ້າງ, ອຸປະກອນ, ຢາງໝາກຕ໋ອຍ, ພາຫະນະຮັບໃຊ້ການຜະລິດ, ປຸ໋ຍ ແລະ ແນວພັນພືດ. ການສົ່ງອອກ ມີມູນຄ່າທັງໝົດ 281.30 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 146.69% (ແຜນ 191.76 ລ້ານໂດລາ) ປະເພດສິນຄ້າສົ່ງອອກແມ່ນ ຖ່ານຫີນ, ກະແສໄຟຟ້າ, ຖ່ານຂ່າວ, ຜົນຜະລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ອື່ນໆ ເຮັດໃຫ້ເກີນດູນການຄ້າຢູ່ 269.51 ລ້ານໂດລາ.

ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ປັດຈຸບັນມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ຂຶ້ນກັບແຂວງຄຸ້ມຄອງທັງໝົດ 113 ຫົວໜ່ວຍ, ມີມູນຄ່າການລົງທຶນ 92.09 ຕື້ກີບ. ໃນນີ້, ໂຮງງານຂະ ໜາດໃຫຍ່ 3 ແຫ່ງ, ຂະໜາດກາງ 15 ແຫ່ງ, ຂະໜາດນ້ອຍ 68 ແຫ່ງ ແລະ ແບບຄອບຄົວ 27 ແຫ່ງ; ການຈໍລະຈອນສິນຄ້າ ແລະ ບໍລິການປະຕິບັດໄດ້ 1,420.65 ຕື້ກີບ ທຽບໃສ່ແຜນເທົ່າກັບ 267.19% (ແຜນ 531.70 ຕື້ກີບ). ໃນນີ້, ການຈໍລະຈອນສິນຄ້າປະເພດກະສິກໍາ-ສິນຄ້າທົ່ວໄປ 1,020 ຕື້ກີບ ເທົ່າກັບ 479.59% (ແຜນ 212.68 ຕື້ກີບ) ແລະ ການຂາຍຍົກ-ຂາຍຍ່ອຍ-ບໍລິການສ້ອມແປງ 400.65 ຕື້ກີບ ເທົ່າກັບ 125.58% (ແຜນ 319.02 ຕື້ກີບ); ການຄ້າຊາຍແດນ (ລາວ-ຫວຽດນາມ) ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເຫັນວ່າມີການພົວພັນແລກປ່ຽນຊື້-ຂາຍເປັນປົກກະຕິ ຄື: ຊື້ສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ມີມູນຄ່າ 22,202.53 ໂດລາ ແລະ ຂາຍສິນຄ້າຕາມຊາຍແດນອອກໄປ ສສ ຫວຽດນາມ ມີມູນຄ່າ 15,499.09 ໂດລາ.

ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ໃນປີ 2026 ແຂວງເຊກອງ ຕັ້ງເປົ້າໝາຍສູ້ຊົນການສົ່ງອອກສິນຄ້າໃຫ້ບັນລຸໄດ້ 515.12 ລ້ານໂດລາ; ການນໍາເຂົ້າສິນຄ້າຢູ່ໃນລະດັບ 216.28 ລ້ານໂດລາ; ການຄ້າເກີນດູນ 298.84 ລ້ານໂດລາ; ສ້າງມູນຄ່າຈໍລະຈອນສິນຄ້າໃຫ້ບັນລຸ 580 ຕື້ກີບ ແລະ ຈະສູ້ຊົນໃຫ້ເຮັດລວມຍອດອຸດສາຫະກໍາປຸງແຕ່ງ-ຫັດຖະກໍາ ບັນລຸ 978.23 ຕື້ກີບ.




