13.3 C
Vientiane
ວັນທີ 12 January, 2026

ອຸດົມໄຊ ແຕ່ງຕັ້ງຄະນະກຳມະການ ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສພຂ ຊຸດທີ V

Must read

ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບເລກທີ 77/ສພຊ, ລົງວັນທີ 20 ມີນາ 2025; ກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 362/ຄລສ, ລົງວັນທີ 3 ຕຸລາ 2025 ກ່ຽວກັບວຽກງານການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ (ສພຂ) ຊຸດທີ V ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ດໍາເນີນ ຖືກຕ້ອງຕາມກົດໝາຍ ແລະ ມີຜົນສໍາຕາມລະດັບຄາດໝາຍ.

ຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ໄດ້ອອກມະຕິ ສະບັບເລກທີ 1439/ຄປຈ, ລົງວັນທີ 27 ພະຈິກ 2025 ວ່າດ້ວຍ ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 19 ທ່ານ ຍິງ 6 ທ່ານ, ມີຄະນະປະຈໍາການ 8 ທ່ານ ຍິງ 2 ທ່ານ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາພັກແຂວງ ເປັນຫົວໜ້າ. ພ້ອມນີ້, ຍັງມີຄະນະປະຈໍາການ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ 8 ທ່ານ ຍິງ 2 ທ່ານ.

ໂດຍປະຕິບັດຕາມ ມາດຕາ 29 ຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຍັງມີສິດ ແລະ ໜ້າທີ່ຄື: ນໍາພາ-ຊີ້ນໍາ ວຽກງານທຸກດ້ານ ໃຫ້ແກ່ການກະກຽມກ່ອນການເລືອກຕັ້ງ, ການດໍາເນີນ ແລະ ສະຫລຸບຜົນສໍາເລັດຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ແຕ່ງຕັ້ງອະນຸກຳມະການຕ່າງໆ ເພື່ອກະກຽມ ແລະ ການດໍາເນີນການເລືອກຕັ້ງ; ຊີ້ນໍາຄະນະກຳມະການເລືອກຕັ້ງຂັ້ນເມືອງ.

ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະກາດເອົາວັນອາທິດ ກົງກັບວັນທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article