18 C
Vientiane
ວັນທີ 26 December, 2025

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

Must read

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນທະຄາດ ລັດຕະນາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກ່າວວ່າ: ໃນສົກຮຽນ 2025-2026 ທົ່ວເມືອງຈັນທະບູລີມີໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍທັງພາກລັດ ແລະ ເອກະຊົນ 62 ແຫ່ງ, ມີນັກຮຽນທັງໝົດ 13,398 ຄົນ ຍິງ 6,636 ຄົນ. ການແຂ່ງຂັນກິລາຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນຄື: ຊັ້ນອະນຸບານ 335 ຄົນ ຍິງ 85 ຄົນ, ກິລາແລ່ນໄວມີ 23 ໂຮງຮຽນ ມີນັກຮຽນຊາຍ 25 ຄົນ ຍິງ 20 ຄົນ, ກິລາແລ່ນປ່ຽນສົ່ງໄມ້ 21 ໂຮງຮຽນ ມີນັກຮຽນຊາຍ 75 ຄົນ ຍິງ 65 ຄົນ, ກິລາບານເຕະ (ຊາຍ) ມີ 10 ທີມ, ມີນັກກິລາທັງໝົດ 150 ຄົນ, ຊັ້ນປະຖົມມີນັກກິລາທັງໝົດ 467 ຄົນ, ກິລາແລ່ນໄວມີ 26 ໂຮງຮຽນ ມີນັກຮຽນຊາຍ 26 ຄົນ ຍິງ 26 ຄົນ, ກິລາກະຕໍ້ຊາຍມີ 11 ທີມ, ກິລາບານເຕະຊາຍ ມີ 24 ທີມຊັ້ນ,ມັດທະຍົມຕອນຕົ້ນມີນັກກິລາທັງໝົດ 370 ຄົນ ຍິງ 96 ຄົນ, ກິລາກະຕໍ້ມີນັກຮຽນຊາຍ 8 ທີມ ຍິງ 4 ທີມ, ກິລາບານສົ່ງມີນັກຮຽນຊາຍ 5 ທີມ ຍິງ 5 ທີມ, ກິລາບານເຕະມີນັກຮຽນຊາຍ 10 ທີມ, ກິລາເປຕັງມີນັກຮຽນຊາຍ 6 ທີມ ຍິງ 4 ທີມ, ຊັ້ນມັດທະຍົມຕອນປາຍມີນັກກິລາທັງໝົດ 455 ຄົນ ຍິງ 230 ຄົນ, ກິລາກະຕໍ້ມີນັກຮຽນຊາຍ 6 ທີມ ຍິງ 4 ທີມ, ກິລາບານສົ່ງມີນັກຮຽນຊາຍ 8 ທີມ ຍິງ 8 ທີມ, ກິລາບານເຕະມີນັກຮຽນຊາຍ 11 ທີມ ຍິງ 6 ທີມ, ກິລາເປຕັງມີນັກຮຽນຊາຍ 6 ທີມ ຍິງ 6 ທີມ ລວມນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 1,627 ຄົນ ຍິງ 437 ຄົນ, ການແຂ່ງຂັນຈະດຳເນີນໄປເຖິງວັນທີ 9 ມັງກອນ 2026 ຈຶ່ງສໍາເລັດ.

ຂ່າວ: ວຽງຈັນໃໝ່

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article