18 C
Vientiane
ວັນທີ 26 December, 2025

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ລາວ-ຈີນ ຄືບໜ້າ 80%

Must read

ທ່ານ ວິລະໄຊ ໄຊຫຼວງສີ ວິຊາການບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ EDL-T ສັງກັດພະແນກກໍ່ສ້າງ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າລາວ-ຈີນ (ພາກລາວ) ຮັບຜິດຊອບປະສານງານໂຄງການຢູ່ສອງແຂວງພາກເໝືອອຸດົມໄຊ ແລະ ຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 19 ທັນວາຜ່ານມາ ທີ່ສະຖານີໄຟຟ້ານາໝໍ້ 3 ເມືອງນາໝໍ້ ແຂວງອຸດົມໄຊ.

ທ່ານໃຫ້ຮູ້ວ່າ: ໂຄງການສາຍສົ່ງ 500 ກິໂລໂວນ (KV) ລະຫວ່າງລາວ-ຈີນ ແມ່ນໂຄງການຍຸດທະສາດອັນສຳຄັນອີກໂຄງການໜຶ່ງ ພາຍຫຼັງໂຄງການ EDL-T ຊຶ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ (ສະບັບປີ 2024-2028). ໂຄງການດັ່ງກ່າວໄດ້ຖືກລວມເຂົ້າໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສ້າງສາຍພົວພັນຍຸດທະສາດລາວ-ຈີນທີ່ໄດ້ລົງນາມ ພາຍໃຕ້ການເປັນສັກຂີພິຍານຂອງການນຳຂັ້ນສູງຂອງສອງພັກ-ສອງລັດລາວ-ຈີນ ແລະ ໄດ້ຂຽນເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນສອງເທື່ອ. ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ລາວ-ຈີນ (ພາກລາວ) ທີ່ແຂວງອຸດົມໄຊໄດ້ເລີ່ມການກໍ່ສ້າງຢ່າງເປັນທາງການໃນເດືອນກຸມພາ 2025 ມາຮອດປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າ 80% ຄາດວ່າຈະສໍາເລັດພາຍໃນເດືອນເມສາ 2026 ທີ່ຈະມາເຖິງນີ້; ໂຄງການນີ້ໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນທ້ອງຖິ່ນຈໍານວນຫຼາຍໃນແຕ່ລະໜ້າວຽກ ນັບແຕ່ຈັດຕັ້ງປະຕິບັດໂຄງການ ເປັນຕົ້ນພະນັກງານຂັບລົດ, ແມ່ບ້ານ ແລະ ຜູ້ທີ່ສາມາດສື່ສານພາສາຈີນໄດ້. ພາຍໃຕ້ການຊີ້ນໍາຂອງພັກ-ລັດ ໃນໄລຍະຜ່ານມາທາງໂຄງການໄດ້ປະກອບສ່ວນຊຸກຍູ້ຊ່ວຍສັງຄົມດ້ານຕ່າງໆຢ່າງຕັ້ງໜ້າ ແລະ ເມື່ອບໍ່ດົນມານີ້, ໄດ້ສ້າງໂຮງຮຽນປະຖົມບ້ານນາໝໍ້ໃຕ້ ທີ່ເມືອງນາໝໍ້ ໃນມູນຄ່າເກືອບ 2 ແສນໂດລາ ພ້ອມດ້ວຍອຸປະກອນການສຶກສາຈໍານວນໜຶ່ງ ແລະ ໄດ້ມີພິທີມອບ-ຮັບໂຮງຮຽນໃນວັນທີ 19 ທັນວາ 2025 ຜ່ານມາ ເພື່ອໃຫ້ເດັກນ້ອຍພາຍໃນເມືອງນາໝໍ້ໄດ້ມີສະຖານທີ່ ທີ່ໄດ້ມາດຕະຖານນໍາໃຊ້ເຂົ້າໃນການຮໍ່າຮຽນ ແລະ ເຮັດໃຫ້ພວກເຂົາມີການສຶກສາທີ່ດີຂຶ້ນ.

ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນສາມາດບັນລຸການເຊື່ອມຕໍ່ກັນຂອງສາຍສົ່ງໄຟຟ້າຈີນ-ລາວ, ຊ່ວຍລະບາຍໄຟຟ້າສ່ວນເກີນຢູ່ພາກເໜືອຂອງລາວ, ເສີມຂະຫຍາຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານພະລັງ ງານໄຟຟ້າລະຫວ່າງສປປ ລາວ ກັບ ສປ ຈີນ, ປັບປຸງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງສາຍສົ່ງໄຟຟ້າລາວ, ຊຸກຍູ້ການພັດທະນາພະລັງງານໄຟຟ້າພາກເໜືອຂອງລາວ. ພ້ອມທັງອຳນວຍຄວາມສະດວກ,ສົ່ງເສີມການພົວພັນຄູ່ຮ່ວມມືຍຸດທະສາດດ້ານໄຟຟ້າລະຫວ່າງລາວ-ຈີນ ມີຄວາມໝາຍຍຸດທະສາດອັນສຳຄັນຕໍ່ການຮ່ວມມືດ້ານພະລັງງານຂອງທັງສອງປະເທດ. ເຊື່ອໜັ້ນວ່າ ພາຍຫຼັງສໍາເລັດໂຄງການດັ່ງກ່າວຈະເປັນຜົນດີຫຼາຍໃຫ້ປະຊາຊົນລາວ ເພາະວ່າສ່ວນຫຼາຍພະນັກງານທີ່ມາປະກອບອາຊີບຢູ່ນີ້ ສ່ວນໃຫຍ່ເປັນຄົນລາວທັງໝົດ ພ້ອມທັງຍົກສູງຊີວິດການເປັນຢູ່ຂອງປະຊາຊົນພາຍໃນທ້ອງຖິ່ນໃຫ້ດີຂຶ້ນ, ມີອາຊີບໜັ້ນຄົງ ເຮັດໃຫ້ການນໍາໃຊ້ກະແສໄຟຟ້າມີຄວາມສະຖຽນຫຼາຍຂຶ້ນ ຮັບປະກັນໃຫ້ໄດ້ຊົມໃຊ້ກະແສໄຟຟ້າໄດ້ຢ່າງພຽງພໍ.

ໂດຍ: ຍຸພິນທອງ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article