30 C
Vientiane
ວັນທີ 19 December, 2025

ສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ

Must read

ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນລະຫວ່າງວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆ ແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງນີ້, ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ທັນວາ 2025 ທີ່ນະຄອນຫລວງຮ່າໂນ້ຍ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ເລ ຮວ່າຍ ຈຸງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງ ຂອງສອງກະຊວງການຕ່າງປະເທດ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຄະນະພົວພັນຕ່າງປະເທດສູນກາງພັກ ສປປ ລາວ ເຂົ້າຮ່ວມ. ໃນໂອກາດນີ້, ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມື ລະຫວ່າງສອງກະຊວງ ໃນການເປັນເສນາທິການວຽກງານການຕ່າງປະເທດ, ການຕິດຕາມ ແລະ ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງປະເທດໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ນັບມີປະສິດທິພາບ, ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຍົກລະດັບການພົວພັນຮ່ວມມື ຂຶ້ນສູ່ລະດັບໃໝ່ ເພື່ອໃຫ້ແທດເໝາະກັບສະພາບການພາກພື້ນ ແລະ ສາກົນໃນປັດຈຸບັນ ກໍຄືຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ, ເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ເປັນ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງປະເທດ ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ນໍາເອົາຜົນປະໂຫຍດທີ່ແທ້ຈິງ ມາສູ່ປະຊາຊົນສອງປະເທດ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງປະເທດ ໃນໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືກັນ ໃນລະດັບສູງສຸດ ແລະ ມີການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ. ພິເສດ, ການພົວພັນຮ່ວມມື ທາງດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍຂະຫຍາຍຕົວຢ່າງຕໍ່ເນື່ອງ, ມູນຄ່າການຄ້າສອງສົ້ນ ໃນຕົ້ນປີ 2025 ບັນລຸເກືອບ 3 ຕື້ໂດລາສະຫະລັດ ແລະ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ສືບຕໍ່ຢູ່ແຖວໜ້າຂອງບັນດາປະເທດທີ່ມາລົງທຶນຢູ່ ສປປ ລາວ, ຊຶ່ງປະກອບສ່ວນອັນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ສະເພາະການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນສືບຕໍ່ມີຄວາມສະໜິດແໜ້ນຕະຫລອດໄລຍະຜ່ານມາ, ບັນດາກົມ ແລະ ສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ ລະຫວ່າງສອງປະເທດ ໄດ້ມີການພົບປະແລກປ່ຽນຂໍ້ມູນຂ່າວສານນຳກັນຢ່າງເປັນປົກກະຕິ ແລະ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໂດຍສະເພາະ ການເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ສືບຕໍ່ສຸມໃສ່ການຊຸກຍູ້ ແລະ ຕິດຕາມບັນດາກະຊວງ, ຂະແໜງຂອງສອງປະເທດໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ຂອງສອງກະຊວງໄລຍະ 2026-2030 ໃຫ້ປະກົດຜົນເປັນຮູບປະທໍາ. ສໍາລັບທິດທາງແຜນການຮ່ວມມືຕໍ່ໜ້າ, ສອງຝ່າຍເຫັນດີຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນສຳເລັດການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ຜົນກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ແລະ ຜົນກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ແລະ ສືບຕໍ່ປະສານສົມທົບການຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ໃນປີ 2026 ທີ່ຈະມາເຖິງນີ້.

ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນກົນໄກທີ່ມີຄວາມສໍາຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງຂະແໜງການຕ່າງປະເທດ ລາວ-ຫວຽດນາມ ໃນຖານະເປັນເສນາທິການດ້ານການຕ່າງປະເທດ ໃຫ້ແກ່ພັກ ແລະ ລັດ. ພິເສດ, ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ນຳໂດຍພັນລະຍາລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ພົບປະແລກປ່ຽນຄຳຄິດເຫັນຮ່ວມກັບພັນລະຍາລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຂອງຫວຽດນາມ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງສອງສະຫະພັນແມ່ຍິງລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ການປະຊຸມປຶກສາຫາລືທາງດ້ານການເມືອງ ກໍຄື ການພົບປະແລກປ່ຽນລະຫວ່າງ ສອງສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article