35 C
Vientiane
ວັນທີ 2 March, 2026

ລັດຖະບານຈະສູ້ຊົນເໜີ ມໍລະດົກວັດທະນະທໍາຫລາຍປະເພດ ເຂົ້າເປັນມໍລະດົກໂລກ

Must read

ຂປລ. ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານແຫ່ງ ສປປ ລາວ ຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າ ຫລາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີແຫ່ງມໍລະດົກອຸທິຍານ ແຫ່ງຊາດນາກາຍ-ນໍ້າເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງ ການອຸຍແນັສໂກ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ໃນໂອກາດເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປິຄັ້ງທີ X (2026-2030) ເມື່ອບໍ່ດົນນີ້ກ່ຽວກັບຄາດໝາຍດ້ານວັດທະນະທຳ-ສັງຄົມ ໂດຍຈະສູ້ຊົນສະເໜີມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າ ຫລາມ” ເຂົ້າເປັນມໍລະດົກວັດທະນະທໍາຂອງມວນມະນຸດ ແລະ ສູ້ຊົນສະເໜີແຫ່ງມໍລະດົກອຸທິຍານ ແຫ່ງຊາດນາກາຍ-ນໍ້າເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ. ພ້ອມນີ້, ຈະສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 90%, ອັດຕາປະລະການຮຽນຂອງ ນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 8%; ຈໍານວນນັກສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫລັກສູດທາງການ ໃຫ້ບັນລຸ 50.000 ຄົນ; ສູ້ຊົນເຮັດໃຫ້ອັດຕາການຕາຍຂອງເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1.000 ຄົນເດັກ ນ້ອຍເກີດມີຊີວິດ; ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1.000 ຄົນເດັກນ້ອຍເກີດມີຊີວິດ; ສູ້ຊົນພັດທະນາສີມືແຮງງານ ໃຫ້ໄດ້ 650.000 ຄົນ ແລະ ການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411.000 ຄົນ; ສູ້ຊົນເຮັດໃຫ້ອັດຕາຄວາມ ທຸກຍາກຫລຸດລົງຍັງເຫລືອໜຶ່ງຕົວເລກ; ສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ; ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປົ້າໝາຍ; ຄາດໝາຍດ້ານສິ່ງແວດລ້ອມ ຈະສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ບັນລຸ 70% ຂອງເນື້ອທີ່ດິນທົ່ວປະເທດ; ສູ້ຊົນຂຶ້ນທະບຽນອອກໃບຕາດິນ ຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນສໍາເລັດ ໃຫ້ໄດ້ 150.000 ຕອນ; ຫລຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ທຽບໃສ່ລະດັບການ ປ່ອຍປົກກະຕິ; ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ ຢູ່ບັນດາເມືອງທີ່ຍັງບໍ່ທັນມີສະຖານີອຸຕຸນິຍົມ ໃຫ້ໄດ້ 35 ສະຖານີ; ຂະຫຍາຍຕາໜ່າງສະຖານີອຸທົກກະສາດ ໃນເຂດທີ່ມີຄວາມສ່ຽງໄພນໍ້າຖວ້ມ ໃຫ້ໄດ້ 25 ສະຖານີ.

ພ້ອມນີ້, ຄາດໝາຍດ້ານການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ສໍາລັບຕາໜ່າງເສັ້ນທາງຫລວງແຫ່ງຊາດ ທີ່ເປັນເສັ້ນທາງຫລວງອາຊຽນຕາມແລວເສດຖະກິດ ໄດ້ຮັບການກໍ່ສ້າງ ແລະ ປັບປຸງ/ຍົກລະດັບ ໃຫ້ສາມາດຮັບນໍ້າໜັກລົດບັນທຸກ ໄດ້ 11 ໂຕນ/ເພົາ ໃຫ້ໄດ້ 937,5 ກິໄລແມັດ;ຫລຸດ ຜ່ອນຂອດຂັ້ນ ແລະ ເວລາການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ໄດ້ 45% ໃນປີ 2030; ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດທາງການຄ້າໃຫ້ກວມ 65% ຂອງມູນຄ່າການສົ່ງອອກທັງໝົດ; ດ້ານການປົກຄອງ, ການບໍລິຫານລັດ ແລະ ຍຸຕິທຳ ຈະສູ້ຊົນສ້າງແຂວງເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານໃຫ້ໄດ້ 18 ເມືອງ ແລະ ສ້າງຕາແສງ ໃຫ້ໄດ້ 640 ຕາແສງ; ສູ້ຊົນສ້າງຕັ້ງສູນບໍລິການຜ່ານປະຕູດຽວ ຢ່າງໜ້ອຍໃຫ້ໄດ້ 35 ສູນ; ສູ້ຊົນຕັດສິນຄະດີອາຍາໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປ ຂອງຄະດີທັງໝົດ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article