ໃນຄັ້ງວັນທີ 3/2/ 2026 ເວລາປະມານ 11ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານໂພນສະຫັວນ ນະຄອນປາກເຊ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 3 ຄົນ ຊື່:

+ ທ້າວ ສຸກສັນ ອາຍຸ 19 ປີ ຢູ່ບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈໍາປາສັກ ມີເຄື່ອງຂອງກາງ ຄໍລາເຈນ 20 ຊອງ, ຢາເຄ 1 ຖົງນ້ອຍ, ເງິນກີບ 4 ລ້ານກີບ.

+ ນາງ ບັງອອນ ແກ້ວບົວລະບັດ ອາຍຸ 26 ປີ ຢູ່ບ້ານຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກ ມີເຄື່ອງຂອງກາງ ຢາເຄ 6 ຖົງນ້ອຍ, ຄໍລາເຈນ 7 ຊອງ, ຢາສບ ໄຟຟ້າ 1 ອັນ.

+ ທ້າວສຸກປະດິດ ວົງຊົມພູ ອາຍຸ 17 ປີ ຢູ່ບ້ານໂຊກອານວຍ ນະຄອນປາກເຊ ແຂວງຈຳປາສັກ ມີເຄື່ອງຂອງກາງ ໃບກະທ້ອມ ແລະ ນໍ້າຢາດາທິນຊົນ ຈຳນວນ 9 ຊຸດ.
ປັດຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດໍາເນີນ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ ເຂົ້າຮ່ວມຂະບວນການຄ້າ-ຂາຍຢາເສບຕິດ ມາລົງໂທດຕາມລະບຽບກົດໝາຍ.
ຂໍ້ມູນ ປກສ ແຂວງຈໍາປາສັກ.




